ຂັ້ນຕອນທຳອິດ:
1. ເຂົ້າໄປທີ່ Play Store (ສຳລັບຄົນທີ່ໃຊ້ໂທລະສັບ Android)
2. ແລ້ວດາວໂຫລດແອັບ ໂດຍພິມຄຳວ່າ: UnRead
ຫຼັງຈາກທີ່ໂຫລດມາແລ້ວ ກໍ່ທຳການຕິດຕັ້ງ ແລະເປີດມັນຂື້ນມາ
3. ກົດ ອະນຸຍາດ
ແລ້ວກົດ ອະນຸຍາດ ອີກເທື່ອໜຶ່ງ
ເຂົ້າໄປເປີດການແຈ້ງເຕືອນ ຂອງລະບົບໂທລະສັບຂອງເຮົາ
4. ພໍເຮົາກົດແລ້ວກໍ່ຈະພາມາທີ່ໜ້ານີ້ ກົດເປີດອະນຸຍາດ UnRead ໃຫ້ມັນທຳງານ
ຂັ້ນຕອນທີ່ສອງ ຕັ້ງຄ່າໃນ Line
1. ເປີດແອັບໄລນ໌ຂຶ້ນມາ ແລ້ວເຂົ້າໄປເປີດອ່ານຂໍ້ຄວາມ
ກົດທີ່ ການຕັ້ງຄ່າ
ແລ້ວເລື່ອນມາກົດເລືອກ ການແຈ້ງເຕືອນ
ເລື່ອນລົງມາ ກົດໝາຍ ຕິ໊ກ ໃນຫົວຂໍ້ ສະແດງຂໍ້ຄວາມ (ເພື່ອແຈ້ງວ່າມີຂໍ້ຄວາມເຂົ້າມາ)
ແລ້ວກັບມາໃນໜ້າແອັບ UnRead ກົດ ເລືອກ App
ແອັບອື່ນປິດໃຫ້ໝົດ ຈົ່ງໄວ້ແຕ່ໄລນ໌ (ຕັ້ງຄ່າອື່ນໆ ແລ້ວແຕ່ຄວາມມັກ)
ຂັ້ນຕອນການເລີ່ມຕົ້ນນຳໃຊ້
1. ທົດລອງສົ່ງຂໍ້ຄວາມຫາທົດສອບລອງເບີ່ງ (ໃນທີ່ນີ້ໄດ້ສົ່ງຂໍ້ມູນ 6 ຂໍ້ຄວາມ) ສັງເກດຊື່ທີ່ສົ່ງ zaddboy Dtac ຈະມີຢູ່ 6 ຂໍ້ຄວາມທີ່ແຈ້ງເຕືອນ
2. ແລ້ວໃຫ້ເຮົາເຂົ້າໄປເປີດອ່ານໃນແອັບ UnRead
👉 ຫາກບົດຄວາມນີ້ມີປະໂຫຍດ ຢ່່າລືມກົດຖືກໄຈ & ແຊຣ໌ ໃຫ້ເພື່ອນໆຂອງທ່ານໄດ້ອ່ານດ້ວຍ 🙌💖🙆
0 Comments