ສະຫະລັດອາເມຣິກາ ຖອນກຳລັງທະຫານອອກຈາກເຢຍລະມັນໝື່ນກວ່າຄົນ



ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານ Mark Esper ໃຫ້ຮູ້ວ່າ ວັນທີ 29 ກໍລະກົດນີ້ ທະຫານສະຫະລັດໃນຈຳນວນ 34.000 ຄົນ ທີ່ປະຈຳການຢູ່ເຢຍລະມັນນັ້ນ, ມີປະມານ 6.400 ຄົນ ຈະຖືກສົ່ງກັບຄືນປະເທດ ໃນຂະນະດຽວກັນເກືອບ ຄ.600 ຄົນ ຈະຖືກສົ່ງໄປປະຈຳການຢູ່ບັນດາປະເທດສະມາຊິກນາໂຕ

ຈຸດປະສົງຕົ້ນຕໍ ໃນການຊັບຊ້ອນຄືນກຳລັງທະຫານປະຈຳການຢູ່ເອີລົບຂອງສະຫະລັດໃນຄັ້ງນີ້ ແມ່ນເພື່ອປັບປຸງທາງຊີກຕາເວັນອກສ່ຽວໃຕ້ຂອງອົງການສົນທິສັນຍາແອດລັງຕິກເໜືອ ຫຼື ນາໂຕ(NATO) ທີ່ຢູ່ໃກ້ກັບທະເລດຳ ໃຫ້ມີຄວາມເຂັ້ມແຂງຂື້ນ


ທ່ານລັດຖະມົນຕີ  Esper ໃຫ້ຮູ້ວ່າ: ສະຫະລັດຍັງຈະຈັດສົ່ງທະຫານຈຳນວນໜຶ່ງໄປປະຈຳການຢູ່ໂປໂລຍ ແລະປະເທດອື່ນໆທີ່ຢູ່ໃນເຂດທະເລບັນຕິກຕື່ມອີກ. ຖ້າ Warsaw ຫາກເຫັນດີກັບຂໍ້ຕົກລົງດັ່ງກ່າວ ກຳລັງທະຫານຂອງສະຫະລັດຈະຍ້າຍຈາກ Stuttgart ຂອງເຢຍລະມັນໄປຍັງເບັນຢຽມ

ກ່ອນໜ້ານີ້ ວັນທີ 15 ມີຖຸນາ ຢູ່ທຳນຽບຂ່າວ ່ທ່ານ ທຣຳ ໄດ້ປະກາດວ່າ: ຈະຕັດກຳລັງທີ່ປະຈຳການຢູ່ໃນເຢຍລະມັນລົງ ໃຫ້ຍັງເຫຼືອພຽງ 25.000 ຄົນ

loading...

0 Comments