ການໃສ່ຂອບເອກະສານ (Page Border) ເປັນການເພີ່ມຈຸດໂດ່ດເດັ່ນໃຫ້ກັບເອກະສານຂອງເຮົາ ມີໃຫ້ເລືອກຫຼາຍຮູບແບບ ເຊິ່ງຂື້ນກັບເອກະສານ ຈະໃສ່ຂອບແນວໃດຈື່ງຈະເໝາະສົມ. ການເພີ່ມຂອບເອກະສານ (Page Border) ສ່ວນຫຼາຍເພີ່ນຈະນຳໃຊ້ເຊັ່ນ: ໃສ່ໜ້າປົກລາຍງານ, ບົດສະຫຼຸບ, ບົດແຜນການ, ປຶ້ມຕຳລາ ແລະອື່ນໆ
ຂັ້ນຕອນການປະຕິບັດ ມີດັ່ງນີ້:
1. ພາຍຫຼັງພິມເອກະສານສຳເລັດແລ້ວ ກົດໄປທີ່ແທັດ Page Layout ແລ້ວກົດເລືອກ Page Borders
ແລ້ວສະແດງໄດອະລ໊ອກບລ້ອກ Borders and Shading ຂື້ນມາແບບນີ້...
2. ເປັນທີ່ຫົວຂໍ້ Art ເລືອກຮູບແບບຂອບເອກະສານຕາມຕ້ອງການ ມີຫຼາຍໆແບບໃຫ້ເລືອກໃຊ້ງານ
3. ກໍລະນີຕ້ອງການຢາກເພີ່ມຂະໜາດຂອງຂອບໃຫ້ໃຫຍ່ຂື້ນ ກໍ່ໃຫ້ເລືອກທີ່ຫົວຂໍ້ Width ແລ້ວພິມຕົວເລກລົງໄປ ຫລື ຈະກົດລູກສອນຂຶ້ນ-ລົງກໍ່ໄດ້ເຊັ່ນກັນ.
4. ເມື່ອເຮົາເລືອກຂອບ ແລະຕັ້ງຄ່າອື່ນໆສຳເລັດແລ້ວ ກໍ່ໃຫ້ກົດປຸ່ມ OK ເພື່ອຍືນຍັນການເພີ່ມຂອບ.
0 Comments