ການສ້າງເຊັນເຊີ (Sensor) ພາບໂປ້, ພາບເປືອຍທີ່ເຮົາບໍ່ຕ້ອງການໃຫ້ຄົນອື່ນເຫັນ ມັນກໍ່ມີຢູ່ຫຼາຍວິທີ
ແລ້ວແຕ່ຄວາມສະດວກຂອງໃຜລາວ. ຈະໃຊ້ເຮັດໃນໂທລະສັບກໍ່ໄດ້
ເຊິ່ງກໍ່ມີຫຼາຍແອັບທີ່ສາມາດເຮັດເຊັນເຊີພາບຖ່າຍແບບນີ້ໄດ້ ພ້ອມທັງສະດວກ
ແລະວ່ອງໄວອີກ.
ສຳລັບທຣິກໃນມື້ນີ້
ແມ່ນຈະມາແນະນຳການເຮັດເຊັນເຊີພາບຖ່າຍ ດ້ວຍ Mosaic ໃນໂປຣແກຣມ Photoshop ແບບງ່າຍໆໃນເວລາສັ້ນໆ
ແນວທາງການປະຕິບັດ ມີດ່ັງນີ້:
1. ເປີດພາບຖ່າຍຂື້ນມາ ໂດຍເຂົ້າໄປທີ່ File à Open ຫລືກົດທີ່ແປ້ນຄີບອດ Ctrl+O ກໍ່ໄດ້ຄືກັນ. ແລ້ວເລືອກເອົາຮູບໃດຮູບໜຶ່ງມາ2. ເມື່ອເລືອກເອົາໄດ້ແລ້ວ, ຄລິກທີ່ເຄື່ອງມື Rectangular Marquee Tool ຫລືຈະກົດຄີລັດ M ກໍ່ໄດ້
ແລ້ວກົດລາກເທິງພາບບໍລິເວນທີ່ເຮົາຕ້ອງການຈະເຊັນເຊີ(Sensor)
3. ເຂົ້າໄປ Filter à Pixelate àMosaic...
4. ປ້ອນຕົວເລກທີ່ຕ້ອງການໃສ່ລົງໄປໃນຫ້ອງ
Cell Size ຫລືຈະເລື່ອນປັບກໍ່ໄດ້ເຊັ່ນດຽວກັນ
ເມື່ອໃສ່ເຊັນເຊີພາບໄດ້ແລ້ວກໍ່ກົດປຸ່ມ OK ໄປເລີຍ.
-------------------------------------
👉 ຫາກບົດຄວາມນີ້ມີປະໂຫຍດ ຢ່່າລືມກົດແຊຣ໌ໃຫ້ເພື່ອນໆຂອງທ່ານໄດ້ອ່ານດ້ວຍ 🙌💖🙆
👇👇👇👇👇
0 Comments