Stussy x Nike ເປີດຕົວເກີບຜະລິດຈາກສ່ວນປະກອບຂອງຢາງປະສົມ ສຸດເທ່!!



“STÜSSY (ສຕູສສີ)” ເປີດຕົວເກີບຜ້າລຸ້ນໃຫມ່ “Air Zoom Spiridon Kukini” ຮ່ວມກັບ “NIKE” ເຊິ່ງໄດ້ເປີດຕົວໃນວັນທີ່ 24 ກໍລະກົດ 2020 ທີ່ຜ່ານມາ ທີ່ຮ້ານຄ້າອອນລາຍຢ່າງເປັນທາງການຂອງແບຣນ STÜSSY ແລະຊັອບເວັບໄຊທີ່ຮ່ວມລາຍການຢ່າງເຊັ່ນ “E-FLASH” ຂອງ DOVER STREET MARKET GINZA


 “Air Zoom Spiridon Kukini”  ເປັນເກີບຜ້າໃບທີ່ເຮັດມາຈາກວັດສະດຸຢາງປະສົມແບບໂປ່ງໄສທີ່ຫຸ້ມເກີບໄວ້ຢ່າງເທ່ ແບບບໍ່ຊໍາ້ໄຜ ພ້ອມປະດັບໂລໂກ້ແບຣນ “STÜSSY” ບໍລິເວນລິ້ນເກີບ ແລະລາຍໂລໂກ້ຂອງ “NIKE” ໃສ່ບໍລິເວນສົ້ນເກີບໂດຍດີຊາຍໂທນສີສຸດໄອຄໍນິກ 2 ໂທນສີ ຄື: ສີຂາວສະຫຼັບແດງ ຫລືທີ່ເອີ້ນວ່າ  “White/Habanero Red” ແລະສີດຳສະຫຼັບຂຽວ ຫລືທີ່ເອີ້ນວ່າ  “Black / Bright Cactus”


0 Comments