ພາບ: Forbes.com
ສຳນັກຂ່າວຕ່າງປະເທດລາຍງານວ່າ “TikTok” ແອັບພລິກເຄຊັນ ສຳລັບເຮັດຄລິບວິດີໂອສັ້ນ ຂອງບໍລິສັດໄບທ໌ແດນຊ໌ (ByteDance) ໃນປະເທດຂີນ ໄດ້ຢຸດຕິການໃຫ້ບໍລິການໃນເຂດບໍລິຫານພິເສດຮົ່ງກົງແລ້ວ.
ຫຼັງຈາກບໍລິສັດເທັກໂນໂລຢີຫຼາຍແຫ່ງ ເຊັ່ນ: ກູເກີນ, ເຟຊ໌ບຸກ, ທະວິດເຕີຣ໌ ໄດ້ລະງັບຄຳຂໍຂໍ້ມູນຜູ້ໃຊ້ຈາກທາງຮ່ອງກົງ ລວມເຖິງຕຳຫຼວດຮົ່ງກົງ ໄດ້ຂໍຂໍ້ມູນຜູ້ໃຊ້ແອັບພລິເຄຊັນດັ່ງກ່າວ
ພາບ: Mcot.net
ລາຍງານຂ່າວແຈ້ງວ່າ ການຕັດສິນໄຈຢຸດຕິການໃຫ້ບໍລິການແອັບ TikTok ໃນຮ່ອງກົງອັນເນື່ອງມາຈາກບໍ່ມີຄວາມຊັດເຈນວ່າ ຮ່ອງກົງພາຍຫຼັງຈາກບັງຄັບໃຊ້ກົດໝາຍວ່າດ້ວຍຄວາມໜັ້ນຄົງແຫ່ງຊາດ ຕາມການປະກາດຂອງທາງການຈີນນັ້ນ ຈະສົ່ງຜົນເຮັດໃຫ້ຮ່ອງກົງຕ້ອງຕົກຢູ່ພາຍໃຕ້ອຳນາດທາງຕຸລາການແບບເດັດຂາດຂອງຈີນຫຼືບໍ? ເພາະສະນັ້ນ, ຈຶ່ງເຮັດໃຫ້ທາງບໍລິສັດໄບທ໌ແດນຊ໌ ຕ້ອງປະຕິບັດເພື່ອບໍ່ໃຫ້ເຈົ້າໜ້າທີ່ຈີນເຂົ້າເຖິງຂໍ້ມູນຜູ້ໃຊ້ ເຊິ່ງຖືວ່າເປັນກົນລະຍຸດເພື່ອໃຫ້ໄດ້ຄວາມໄວ້ວາງໃຈຈາກຜູ້ຊົມໃຊ້ທົ່ວໂລກ.
ເປັນພຽງພາບປະກອບເທົ່ານັ້ນ ຈາກ: EqualOcean.com
ນອກຈາກນັ້ນແລ້ວ ຮ່ອງກົງຍັງແມ່ນຕະຫຼາດຂະໜາດນ້ອຍ ແລະບໍ່ສາມາດສ້າງຜົນກຳໄລໃຫ້ BiteDance ໂດຍມີ ການລາຍງານວ່າ ມີການດາວໂຫລດພຽງແຕ່ 1,5 ແສນຄົນເທົ່ານັ້ນ. ເມື່ອປຽບທຽບກັບການດາວໂຫລດທົ່ວໂລກຫຼາຍກວ່າ 2 ພັນລ້ານຄັ້ງ.
ຂໍຂອບໄຈສຳລັບການຕິດຕາມ ແລະເຂົ້າມາອ່ານບົດຄວາມ
ຂໍ້ມູນ : siamrath.co.th
0 Comments