ເຟສບຸກຖືກແຮັກ? ປ້ອງກັນດ້ວຍການເປີດໃຊ້ລະບົບຄວາມປອດໄພແບບ 2 ຊັ້ນ ດ່ວນ!


ຄືດັ່ງທີ່ເຮົາເຄີຍໄດ້ຍິນ,ໄດ້ອ່ານຂ່າວກ່ຽວກັບບັນຊີວເຟຊ໌ບຸກຖືກແຮັກ ເພື່ອເອີ້ນເອົາຄ່າໄຖ່ ຫຼື ເອົາໄປນຳໃຊ້ໃນສິ່ງທີ່ບໍ່ດີເຊັ່ນ:ໄປຂໍຢືມເງິນຄົນອື່ນ ຫຼື ສົ່ງຂໍ້ຄວາມທີ່ສໍ່ໄປທາງເພດ ຈົນເກີດຄວາມເສຍຫາຍຕາມມາຫຼວງຫຼາຍ.

ການເປີດໃຊ້ Two-Factor Authentication ກໍ່ເພື່ອຊ່ວຍປ້ອງກັນບັນຊີໃຫ້ປອດໄພຍິ່ງຂຶ້ນ ຫລືເປັນລະບົບຄວາມປອດໄພຊັ້ນທີ 2 ຕໍ່ຈາກການໃສ່ລະຫັດຜ່ານແບບທຳມະດາ.

ເມື່ອເຮົາເປີດນຳໃຊ້ Two-Factor Authentication ນີ້ແລ້ວ ເວລາທີ່ເຮົາເຂົ້າລະບົບ ນອກຈາກຈະໃຊ້ລະຫັດຜ່ານທີ່ເຮົາຕັ້ງໄວ້ແລ້ວ ເຮົາຍັງຕ້ອງໄດ້ໃສ່ລະຫັດຢືນຢັນທີ່ສົ່ງມາທາງຂໍ້ຄວາມ SMS ອີກເທື່ອໜຶ່ງຈຶ່ງຈະສາມາດເຂົ້າລະບົບໄດ້. ເຮັດແບບນີ້ກໍ່ເພື່ອປົກປ້ອງ ຖ້າຫາກມີຄົນຮູ້ລະຫັດຜ່ານເຂົ້າບັນຊີເຮົາ ແຕ່ບໍ່ມີລະຫັດຢືນຢັນທີ່ສົ່ງມາທາງຂໍ້ຄວາມ ກໍຈະບໍ່ສາມາດເຂົ້າລະບົບໄດ້ ເທົ່າກັບເປັນການປິດທາງເຂົ້າຈາກການແຮັກຂໍ້ມູນ.

ສຳລັບການເປີດໃຊ້ແມ່ນໃຫ້ປະຕິບັດຕາມຂັ້ນຕອນດັ່ງລຸ່ມນີ້ (ໃນນີ້ໃຊ້ແອັບເຟສບຸກເທິງສະມາດໂຟນລະບົບ Android, ເຊິ່ງອາດມີຄວາມແຕກຕ່າງກັນເລັກນ້ອຍໃນລະບົບ iOS ຫຼື ລະບົບອື່ນໆ).

1. ເປີດແອັບ Facebook ຂຶ້ນມາ ແລ້ວເລືອກແທັບຊ້າຍສຸດຂອງແອັບ ເລື່ອນລົງໄປດ້ານລຸ່ມແລ້ວເລືອກ Settings & Privacy.

2. ແຕະ Settings

3. ເລືອກ Security and Login

4. ເລືອກ Two-Factor Authentication


5. ກົດ Get Started ຈາກນັ້ນເລືອກ Text Message (ບາງກໍລະນີຈະມີເບີຂຶ້ນມາຢູ່ແລ້ວ ຖ້າຫາກບໍ່ມີໃຫ້ເລືອກ Use Different Number ແລ້ວໃສ່ເບີໂທລະສັບທີ່ຕ້ອງການໃຊ້).

6. ຈາກນັ້ນ ໃຫ້ພິມລະຫັດທີ່ໄດ້ຮັບທາງຂໍ້ຄວາມ SMS ໃສ່ໃນຊ່ອງວ່າງ ແລ້ວກົດ Next.


7. ກົດ Finish ເພື່ອສຳເລັດການຕັ້ງຄ່າ. ພຽງເທົ່ານີ້ ບັນຊີຂອງທ່ານກໍຈະປອດໄພຍິ່ງຂຶ້ນແລ້ວ. ເວລາທີ່ມີການເຂົ້າລະບົບຈາກເຄື່ອງທີ່ບໍ່ເຄີຍໃຊ້ງານບັນຊີມາກ່ອນ ລະບົບເຟສບຸກຈະໃຫ້ໃສ່ລະຫັດຢືນຢັນທີ່ສົ່ງມາທາງຂໍ້ຄວາມ SMS ທຸກຄັ້ງ.


ສິ່ງທີ່ຕ້ອງລະວັງ:

  1. ຈຳຕ້ອງເກັບຮັກສາເບີໂທລະສັບທີ່ທ່ານໃຊ້ເພື່ອຮັບຂໍ້ຄວາມຢືນຢັນໄວ້ໃຫ້ດີ ເພາະຖ້າຫາກເບີເສຍ ຫຼື ບໍ່ສາມາດນຳໃຊ້ໄດ້ ອາດເຮັດໃຫ້ບໍ່ສາມາດຮັບລະຫັດຢືນຢັນ ແລະ ເຂົ້າລະບົບບໍ່ໄດ້.
  2. ເກັບຮັກສາເບີໂທລະສັບດັ່ງກ່າວນີ້ໄວ້ໃຫ້ດີ ບໍ່ຄວນໃຫ້ຄົນອື່ນໃຊ້ ເພາະອາດເປັນຊ່ອງທາງເອົາໄປໃຊ້ເຂົ້າສູ່ບັນຊີຂອງທ່ານໄດ້.
  3. ບໍ່ຄວນກົດເຂົ້າລິ້ງທີ່ແປກໆ ຫຼື ບໍ່ຮູ້ທີ່ມາທີ່ຊັດເຈນ ແລ້ວປ້ອນຂໍ້ມູນສ່ວນຕົວເຊັ່ນ: ລະຫັດຜ່ານ ແລະ ອີເມວ ເປັນຕົ້ນ.


0 Comments