ຮ່ອງກົງເລື່ອນເລືອກຕັ້ງ 'ສະພານິຕິບັນຍັດ' 1 ປີ ຍ້ອນຄວາມກັງວົນໂຄວິດ-19 ລະບາດໜັກ


ຮົງກົງ(HONG KONG) ວັນທີ 31 ກໍລະກົດ ຜ່ານມານີ້, ທ່ານ ແຄຣ໌ຣີ ແລມ(Kerry Lam) ຜູ້ບໍລິຫານສູງສຸດເຂດບໍລິຫານພິເສດຮົງກົງ (HKSAR), ໄດ້ປະກາດເລື່ອນເວລາການເລືອກຕັ້ງສະມາຊິກສະພານິຕິບັນຍັດປີ 2020 ຂອງ LegCo. ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ


ທ່ານ Lam ກ່າວໃນງານຖະແຫຼ່ງຂ່າວວ່າການເລືອກຕັ້ງສະມາຊິກສະພານິຕິບັນຍັດ ທີ່ມີວາລະດຳລົງຕຳແໜ່ງ 7 ປີຂອງຮົງກົງ, ເຊິ່ງແຕ່ເດີມຈະຈັດຂື້ນໃນວັນທີ 6 ກັນຍາ ປີ 2020 ຈະຖືກເລື່ອນອອກໄປເປັນເວລາ 1 ປີ.

loading...

ທ່ານ Lam ເປີດເຜີຍວ່າ ການເລື່ອນການເລືອກຕັ້ງສະພານິຕິບັນຍັດໃນຄັ້ງນີ້ແມ່ນ "ທາງເລືອກທີ່ຍາກ" ແຕ່ເປັນການຕັດສິນໃຈທີ່ຈຳເປັນສຳລັບການຄວບຄຸມການລະບາດຂອງ Covid-19. ປົກປ້ອງຄວາມໝັ້ນຄົງ ແລະ ສຸຂະພາບຂອງປະຊາຊົນ ແລະສ້າງຄວາມເຊື່ອໝັ້ນຕໍ່ການເລືອກຕັ້ງທີ່ໂປ່ງໃສ ແລະ ຍຸຕິທຳ


ເຖິງຢ່າງໃດກໍ່ຕາມ, ຮົງກົງໄດ້ພົບກັບການລະບາດຂອງ Covid-19. ອີກຄັ້ງໃນຕົ້ນເດືອນກໍລະກົດ ໂດຍມີການລາຍງານຜູ້ຕິດເຊື້ອເພີ່ມເຕີມ 1,852 ຄົນ ໃນລະຫວ່າງວັນທີ 8-30 ກໍລະກົດ, ເຊິ່ງສະແດງເຖິງການເພີ່ມຂື້ນ 140 ເປີເຊັນ ຈາກຈຳນວນຜູ້ຕິດເຊື້ອທັງໝົດ ທີ່ລາຍງານໃນໄລຍະ 6 ເດືອນຜ່ານມາ.

loading...

ປະຈຸບັນຮົງກົງ ກຳລັງປະເຊີນກັບສະຖານະການການລະບາດທີ່ຮຸນແຮງທີ່ສຸດ ນັບຕັ້ງແຕ່ເດືອນມັງກອນປີ 2020 ເປັນຕົ້ນມາ ແລະ ມີຄວາມສ່ຽງທີ່ຈະເກີດການແຜ່ລະບາດໃຫຍ່ເພີ່ມຂຶ້ນເລື່ອຍໆ

loading...

ພາຍໃຕ້ສະຖານະການປະຈຸບັນ ຖ້າການເລືອກຕັ້ງສະພານິຕິບັນຍັດຖືກຈັດຂຶ້ນຕາມກຳນົດເວລາ ຈະເປັນການຍາກທີ່ຈະຮັບປະກັນຄວາມໂປ່ງໃສ ແລະ ຄວາມຍຸຕິທຳຂອງການເລືອກຕັ້ງໄດ້ ອີກທັງຄວາມປອດໄພຂອງຜູ້ມີສິດເລືອກຕັ້ງ, ຜູ້ສະໝັກ ແລະ ເຈົ້າໜ້າທີ່ ທີ່ໜ່ວຍເລືອກຕັ້ງ ແລະຜູ້ນັບຄະແນນສຽງຍັງມີຄວາມສ່ຽງເຊັ່ນກັນ.
ຂ່າວ-ພາບ: Xinhuathai

0 Comments