
ສະຫະລັດ ກຽມທີ່ຈະຈ່າຍເງິນເປັນຈຳນວນຫຼາຍເຖິງ 10 ລ້ານໂດລາ ຫາກສາມາດລະບຸຕົວຕົນແຮັກເກີ ທີ່ກຳລັງຈະແຊກແຊງເຂົ້າໃນການເລືອກຕັ້ງພາຍໃນຂອງສະຫະລັດ
ການເລືອກຕັ້ງປະທານາທິບໍດີສະຫະລັດອາເມລິກາປີ 2020 ທີ່ຍັງບໍ່ເຖິງ 100 ວັນ ແລະໃນຄວາມພະຍາຍາມເພື່ອປ້ອງກັນການແຊກແຊງໃນການເລືອກຕັ້ງຈາກຕ່າງປະເທດທີ່ເຄີຍມີບັນຫາການແຊກແຊງການເລືອກຕັ້ງນັບຕັ້ງແຕ່ປີ 2016, ກະຊວງການຕ່າງປະເທດສະຫະລັດໄດ້ປະກາດໃນມື້ນີ້ວ່າ: ຈະສະເໜີເງິນສູງເຖິງ 10 ລ້ານໂດລາ ສຳລັບຂໍ້ມູນໃດໆທີ່ສາມາດລະບຸບຸກຄົນທີ່ແຊກແຊງເຂົ້າໃນການເລືອກຕັ້ງສະຫະລັດ.
ເຖິງແມ່ນວ່າສະຫະລັດເປັນປະເທດທີ່ມີຊື່ສຽງວ່າເປັນໜຶ່ງໃນເຕັກໂນໂລຢີທີ່ກ້າວໜ້າທີ່ສຸດໃນໂລກ ແຕ່ກໍ່ກາຍເປັນເປົ້າໝາຍຂອງການໂຈມຕີ ໂດຍສະເພາະໃນບັນດາປະເທດຝ່າຍຄ້ານຄືຣັດເຊຍ.
ໃນປີ 2016, ອົງການຮັກສາຄວາມປອດໄພຂອງລັດຖະບານວໍຊິງຕັນ ໄດ້ອອກບົດລາຍງານກ່ຽວກັບວິທີການແຮກເກີຣັດເຊຍໃຊ້ມັນໃນການໂຈມຕີທາງອິນເຕີເນັດ. ການແຊກແຊງທາງດ້ານການເມືອງ ແລະ ການເລືອກຕັ້ງປະທານາທິບໍດີສະຫະລັດອາເມລິກາ ຈົນເຮັດໃຫ້ການເລືອກຕັ້ງບໍ່ເປັນໄປຢ່າງຍຸດຕິທຳ.
0 Comments