ຫວຽດນາມພົບຜູ້ເສຍຊີວິດຈາກໂຄວິດ-19 2 ລາຍທຳອິດຂອງປະເທດ



ໃນທີ່ສຸດ ຫວຽດນາມກໍ່ເສຍສະຖິຕິ. ໄວຣັດໂຄວິດ-19 ໄດ້ຂ້າຄົນຫວຽດນາມ 2 ຄົນທຳອິດໃນປະເທດໃນມື້ວານນີ້.
ຫຼັງຈາກການເສບຊີວິດແມ່ນເປັນສູນນັບຕັ້ງແຕ່ການລະບາດຂອງເຊື້ອໄວຣັດເຄວິດ-19 ໂດຍຜູ້ເສບຊີວິດຄົນທຳອິດເປັນຊາຍອາຍຸ 70 ປີ, ມາຈາກເມືອງຮອຍອັນ(Hoi An)  ແລະຜູ້ເສຍຊີວິດຄົນທີ່ 2 ແມ່ນຜູ້ຊາຍອາຍຸ 61 ປີໃນຕອນບ່າຍມື້ດຽວກັນ, ກ່ອນໜ້ານີ້, ປະເທດຫວຽດນາມບໍ່ໄດ້ລາຍງານການຕິດເຊື້ອໃໝ່ ຢູ່ໃນປະເທດເປັນເວລາກວ່າ 3 ເດືອນ ກ່ອນທີ່ຈະມີການລາຍ ງານການລະບາດຄັ້ງໃໝ່. ຢູ່ນະຄອນດານັງ ເມືອງທ່ອງທ່ຽວທີ່ສຳຄັນຂອງປະເທດໃນຕົ້ນອາທິດນີ້ ເຖິງຢ່າງໃດກໍ່ຕາມ ສື່ມວນຊົນຫວຽດນາມໄດ້ລາຍງານວ່າ ຜູ້ຕິດເຊື້ອ 2 ຄົນທີ່ເສຍຊີວິດແມ່ນຄົນທີ່ເຄີຍມີເປັນພະຍາດປະຈຳຕົວຢູ່ແລ້ວ.

ຫວຽດນາມ ຊຶ່ງມີປະຊາກອນປະມານ 95 ລ້ານຄົນ ພົບຜູ້ຕິດເຊຶ້ອໄວຣັດພຽງ 546 ຄົນເທົ່ານັ້ນຕັ້ງແຄ່ເລີ່ມຕົ້ນການລະບາດ ຊຶ່ງແຕກຕ່າງຈາກຫຼາຍປະເທດ ເພາະຫວຽດນາມປະກາດໃຊ້ມາດຕະການຄວບຄຸມຢ່າງເຂັ້ມງວດກ່ອນຈະພົບກັບຜູ້ຕິດເຊື້ອເຊັ່ນກັນ ພ້ອມທັງປິດຊາຍແດນ ບໍ່ຮັບນັກທ່ອງທ່ຽວເກືອບທັງໝົດໃນທັນທີ ຍົກເວັ້ນປະຊາຊົນຜູ້ທີ່ເດີນທາງຄືນປະເທດ ສ່ວນຄົນທີ່ເຂົ້າປະເທດຈະຕ້ອງກັກຕົວໃນສະຖານທີ່ທີ່ລັດຖະບານກຳນົດໃຫ້ ເປັນເວລາ 14 ວັນ ແລະ ຕ້ອງໄດ້ຮັບການກວດຫາເຊື້ອໂດຍໄວ



ວິທີການນີ້ແມ່ນມີປະສິດທິຜົນສູງ ບໍ່ມີການລາຍງານການຕິດເຊື້ອໃໝ່ໃນທ້ອງຖິ່ນຕັ້ງແຕ່ເດືອນເມສາທີ່ຜ່ານມາ ເຮັດໃຫ້ຫວຽດ ນາມໄດ້ຮັບການຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມຂອງຕົນ ໃນການຄວບຄຸມການແຜ່ລະບາດຂອງໄວຣັດ ແລະກ່ຽວກັບການເບີ່ງແຍງຄົນເຈັບ ສາມາດເຫັນໄດ້ຈາການຮັກສານັກບິນຊາວ ສະກ໋ອດແລນ ທີ່ປ່ວຍເປັນເວລາ 2 ເດືອນ ຫຼັງຈາກເຂົາຕິດເຊື້ອໂຄວິດ-19 ຈົນປິ່ນປົວຫາຍດີ

ແຕ່ເມື່ອຕົ້ນອາທິດທີ່ຜ່ານມານີ້ ຫວຽດນາມຕ້ອງປະເຊີນໜ້າກັບຂ່າວທີ່ຫຍຸ້ງຍາກນັ້ນ ພົບເຫັນການຕິດເຊື້ອໃໝ່ຢູ່ນະຄອນດານັງ ໃນເວລານັ້ນມີນັກທ່ອງທ່ຽວຫຼາຍສິບພັນຄົນຈາກທົ່ວປະເທດ ຂະບວນແຫ່ທີ່ຈະເດີນທາງໃນນະຄອນດານັງ ເພາະວ່າຫຼາຍຄົນເຊື່ອວ່າໄພຂົ່ມຂູ່ຈາກໄວຣັດໂຄວິດ ໄດ້ຜ່ານໄປແລ້ວໃນເບື້ອງຕົ້ນ, ລັດຖະບານໄດ້ສັ່ງໃຫ້ປິດເມືອງດັ່ງກ່າວ ຫ້າມນັກທ່ອງທ່ຽວກ່ອນທີ່ຈະສັ່ງປິດເມືອງທັງໝົດໃນວັນພຸດທີ່ຜ່ານມາ


ນາຍົກລັດຖະມົນຕີ ຫວຽນ ຊວນ ຟຸກ ຂອງຫວຽດນາມ ເຕືອນວ່າ ບັນດາແຂວງ, ນະຄອນໃນທົ່ວປະເທດລ້ວນແຕ່ມີຄວາມສ່ຽງ ພາຍຫຼັງການລະບາດຢູ່ນະຄອນດານັງ "ພວກເຮົາຕ້ອງໄດ້ປະຕິບັດໂດຍໄວ ແລະເຂັ້ມງວດກວ່າເກົ່າ ເພື່ອຄວບຄຸມການລະບາດຂອງໂລກ" ສື່ໄດ້ອ້າງຄຳຖະແຫຼ່ງຂອງທ່ານ ຫວຽນ ຊວນ ຟຸກ  (Nian Xuan Fuk)


0 Comments