
ຄືດັ່ງທີ່ພວກເຮົາຮັບຮູ້ນຳກັນ ໃນສະຖານະການຂອງໂລກປະຈຸບັນນີ້ ຈາກການລະບາດຂອງເຊື້ອໂຄວິດ-19 ນັບຕັ້ງແຕ່ທ້າຍປີ 2019 ເປັນຕົ້ນມາ. ລັດຖະບານກໍ່ໄດ້ອອກຄຳສັ່ງປິດປະເທດ, ປິດກິດຈະການຕ່າງໆ ເຮັດໃຫ້ຄົນຕ້ອງຕົກງານບໍ່ມີວຽກເຮັດ ສະນັ້ນ, ມັນຈຶ່ງບໍ່ແປກເລີຍທີ່ເຮົາມັກຈະໄດ້ຍິນຂ່າວຢູ່ເລື່ອຍໆ ກ່ຽວກັບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເຊັ່ນ: ການລັກເລັກຂະໂມຍນ້ອຍ, ການຍາດຊິງຊັບ ແບບນີ້ເປັນຕົ້ນ

ຄືດັ່ງເຫດການນີ້ ໃນອາທິດທີ່ຜ່ານມາມີສື່ສັງຄົມອອນລາຍ ໄດ້ເຜີຍຄລິບວິດິໂອຄົນດຶງກະເປົາຢູ່ຕະຫຼາດຂົວດິນ ແລະເຂດບ້ານ ວັດຈັນ ເມືອງຈັນທະບູລີ ຕັ້ງ 2-3 ຄັ້ງ ແລະ ຫຼາຍເສັ້ນທາງອື່ນໆກໍ່ເກີດມີບັນຫາດັ່ງກ່າວ ເປັນໄລຍະຖີ່ຂຶ້ນເລື່ອຍໆ. ແຕ່ມາຮອດປະຈຸບັນເຈົ້າໜ້າທີ່ກໍ່ບໍ່ສາມາດຈັບຕົວຜູ້ກໍ່ເຫດມາດຳເນີນຄະດີໄດ້
ຕາມກົດໝາຍອາຍາ ມາດຕາ 232 ວ່າດ້ວຍການຍາດຊິງຊັບໄດ້ລະບຸວ່າ: "ບຸກຄົນໃດຫາກໄດ້ເອົາຊັບຂອງຜູ້ອື່ນ ມາເປັນຂອງຕົນເອງດ້ວຍວິທີຍາດຊິງ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 6 ເດືອນ ຫາ 5 ປີ ແລະຈະຖືກປັບໃໝແຕ່ 3 ລ້ານ ຫາ 10 ລ້ານກີບ"

ໃນກໍລະນີຜູ້ກະທຳຜິດ ຫາກໄດ້ເອົາການຍາດຊິງຊັບເປັນອາຈີນ ມີການຈັດຕັ້ງ, ເປັນກຸ່ມ ຫລື ເຮັດໃຫ້ຜູ້ອື່ນບາດເຈັບສາຫັດ ຫລືເສຍຊີວິດ. ໃນກໍລະນີກໍ່ຄວາມເສຍຫາຍຫຼວງຫຼາຍຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3-8 ປີ ແລະຈະຖືກປັບໄໝ່ແຕ່ 10-30 ລ້ານກີບ

ດັ່ງນັ້ນ, ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ແລະ ຜູ້ເດີນທາງສັນຈອນໄປ-ມາຕາມທ້ອງຖະໜົນຈົ່ງມີສະຕິລະວັງຕົວ ແລະ ເປັນເຈົ້າການປົກປັກຮັກສາວັດຖຸສິ່ງຂອງອັນມີຄ່າຂອງຕົນໄວ້ໃຫ້ດີ, ພ້ອມກັນນັ້ນກໍ່ຮຽກຮ້ອງມາຍັງເຈົ້າໜ້າທີ່ ແລະອຳນາດການປົກຄອງທຸກຂັ້ນ ຈົ່ງໄດ້ເພີ່ມທະວີໃນການຕິດຕາມ, ກວດກາ ເປັນຫູ່ເປັນຕາຊ່ວຍກັນ ແລະມີວິທີສະກັດກັ້ນ, ຕ້ານກັບບັນຫາປະກົດການຫຍໍ້ທໍ້ດັ່ງກ່າວໃຫ້ມີປະສິດທິຜົນ ເພື່ອຄວາມສະຫງົບສຸກຂອງສັງຄົມ ປະຊາຊົນໄດ້ດຳລົງຊີວິດຢູ່ດ້ວຍຄວາມປອດໄພ
loading...
0 Comments