ສຸດເສົ້າ!! ນາງຟ້າແຫ່ງວົງການບານສົ່ງເກົາຫຼີໃຕ້ ເສຍຊີວິດກະທັນຫັນໃນໄວພຽງ 25 ປີ



ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ພົບສົບຂອງ ໂກ ຢູມິນ ອະດີດນັກບ້ານສົ່ງຂອງສະໂມສອນ ອຸລຊານ ຮີລສະເຕດ ໃນລີກເກົາຫຼີໃຕ້ ທີ່ເສຍຊີວິດຢູ່ໃນເຮືອນຂອງຕົວເອງ ໂດຍບໍ່ມີຮ່ອງຮອຍຂອງການຕໍ່ສູ້ໃດໆ ໃນຕອນເຊົ້າຂອງວັນທີ 1 ສິງຫາ 2020 ຜ່ານມານີ້


ເຈົ້າໜ້າທີ່ເຂົ້າກວດສອບສະຖານທີ່ເກີດເຫດ ແລະໄດ້ພົບສະມຸດບັນທຶກທີ່ບົ່ງບອກເຖິງສາເຫດການຈົບຊີວິດຂອງຜູ່ກ່ຽວ ຄືການຖືກວິຈານໃນສື່ສັງຄົມອອນລາຍຢ່າງໜັກ ເຖິງເລື່ອງຟອມການຫຼິ້ນທີ່ຫຼຸດລົງໄປຢ່າງໜ້າຕົກໄຈ. ນອກຈາກນັ້ນ ຍັງຖືກທິມຄະນະຄູຝຶກຂອງທິມຮ້າຍດ່າຫຼາຍຄັ້ງ ຈົນເຮັດໃຫ້ລາວບໍ່ສາມາດຮັບແຮງກົດດັນທີ່ເກີດຂື້ນໄດ້ ແລະປະກາດເລີກຫຼິ້ນບານສົ່ງໃນໄລຍະເດືອນມີນາທີ່ຜ່ານມາ ຈົນລ້າສຸດໄດ້ເສຍຊີວິດແລ້ວ.


ຈາກເຫດການດັ່ງກ່າວ ຖືວ່າເປັນຂ່າວເສົ້າສະເທືອນວົງການກິລາຂອງເກົາຫຼີໃຕ້ຄັ້ງທີ 2 ໃນຮອບເດືອນກວ່າໆ ຫຼັງກ່ອນໜ້ານີ້ ຊອຍ ຊຸກຢອນ ນັກເຕະກິລາຂອງເກົາຫລີໃຕ້ໄດ້ຈົບຊີວິດຕົວເອງໄປໃນວັນທີ 26 ມີຖຸນາທີ່ຜ່ານມາ ໂດຍເຫດຜົນທີ່ເຮັດໃຫ້ນັກເຕະຄົນກ່ອນໜ້ານີ້ເສຍຊີວິດ ຍ້ອນຖືກສະຫະພັນໄຕຣກິລານາໆຊາດ ສັ່ງຫ້າມລົງແຂ່ງຂັນຕະຫຼອດຊີວິດ



loading...

0 Comments