ສະໝັກດ່ວນ!! ທຶນຮຽນຟຣີ ພ້ອມຫໍພັກ ແລະ ເບ້ຍລ້ຽງ ພິເສດ!! ຈົບປໍ 5 ກໍ່ມີສິດໄດ້ທຶນນີ້ຄືກັນ ສະໝັກເລີຍ!!


ສ້ອມແປງລົດຈັກ

ນັບວ່າເປັນຂ່າວດີອີກໜຶ່ງເລື່ອງລາວ ໃນຊ່ວງວິກິດໂຄວິດ-19 ແບບນີ້, ໂດຍວິທະຍາໄລເຕັກນິກແຂວງວຽງຈັນ ປະກາດຮັບຜູ້ເຂົ້າຮ່ວມເຝິກອົບຮົມໃນ 4 ສາຂາຮຽນ ໃນຈໍານວນ 90 ຄົນ ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍຫຍັງ ແຖມມີຫໍພັກ ແລະ ເບ້ຍລ້ຽງໃຫ້ນໍາອີກ ໂດຍເນັ້ນໃສ່ຜູ້ທີ່ຈົບປະຖົມຂຶ້ນໄປ(ປ 5) ແລະ ຍັງບໍ່ມີອາຊີບເຮັດ

ຊ່າງກໍ່ໂບກ

ອີງຕາມແຈ້ງການຂອງວິທະຍາໄລເຕັກນິກແຂວງວຽງຈັນ ເຜີຍແຜນການຮັບນັກຮຽນໂຄງການ SSTVET ປະຈໍາສົກ 2019-2020 ວ່າຈະຮັບສະໝັກນັກຮຽນ ເຂົ້າຮ່ວມເຝຶກອົບຮົມໃນ 4 ສາຂານີ້ຄື:

  1. ປູກເຫັດ ຈໍານວນ 25 ຄົນ
  2. ສ້ອມແປງລົດຈັກ (ຮັບສະເພາະເພດຍິງ) ຈໍານວນ 25 ຄົນ
  3. ຊ່າງກໍ່ໂບກ ຈໍານວນ 20ຄົນ
  4. ຊ່າງໄມ້ ຈໍານວນ 20 ຄົນ ລວມທັງໝົດ ເປັນ 90ຄົນ
ປູກເຫັດ

ດ້ານເງື່ອນໄຂຜູ້ສະໝັກແມ່ນຕ້ອງມີອາຍຸ 15 ຫາ 35 ປີ ທີ່ຈົບປະຖົມຂຶ້ນໄປ, ບໍ່ມີວຽກເຮັດງານທໍາ ລວມທັງຄູສັນຍາຈ້າງ ແລະ ອາສາສະໝັກໃນໂຮງຮຽນຕ່າງໆ; ສາມາດພົວພັນເອົາແບບຟອມສະໝັກ ແລະ ຍື່ນໃບສະມັກໄດ້ທີ່ ວິທະຍາໄລເຕັກນິກແຂວງວຽງຈັນ ພະແນກວິຊາການ ໃນໂມງລັດຖະການ ຫຼື ຕາມບັນດາຫ້ອງການສຶກສາທິການ ແລະ ກີລາ ເມືອງຕ່າງໆ ຂອງແຂວງວຽງຈັນ ທີ່ສາມາດສົ່ງແບບຟອມຫາວິທະຍາໄລດັ່ງກ່າວໄດ້

ຊ່າງໄມ້

ການເຝິກອົບຮົມດັ່ງກ່າວແມ່ນເລີ່ມຮັບສະໝັກແຕ່ວັນທີ 10 ສິງຫາ 2020 ຫາ 21 ສິງຫາ 2020 ແລະ ຈະເລີ່ມຮຽນ ວັນທີ 24 ສິງຫາ 2020ນີ້; ລາຍລະອຽດເພີ່ມເຕີ່ມອ່ານເພີ່ມທີ່ແຈ້ງການ ຫຼື ໂທສອບຖາມຂໍ້ມູນໄດ້ທີ 020 5575 2380, 020 9863 1159, 023 400152

loading...

0 Comments