ຜູ້ຜະລິດແຮ່ ໂມລິບດີນຳ(molybdenum) ລາຍໃຫຍ່ຂອງຈີນ ໄດ້ນຳລົດຂຸດທີ່ບໍ່ມີຄົນຂັບຖືກນຳມາໃຊ້ຊ່ວຍໃນການຂຸດຄົ້ນບໍ່ແຮ່ຢູ່ບໍ່ແຮ່ San Tao Chuang ເມືອງລວນຊວນ ແຂວງ Henan, ພາກກາງຂອງປະເທດຈີນ ໂດຍຄົນງານສາມາດບັງຄັບລົດຂຸດໄດ້ໂດຍການຄວບຄຸມທາງໄລຍະໄກ.
ທ່ານ ຈາງເຊົາ(Zhang Chao), ເຈົ້າໜ້າທີ່ຂອງບໍລິສັດ ໄຊນ່າ ໂມລິບດີນຳ(China Molybdenum) ກ່າວວ່າ ເຄື່ອງຈັກຂຸດແມ່ນຖືກຄວບຄຸມດ້ວຍໄລຍະໄກໂດຍເຕັກໂນໂລຢີ 5G, ລົດຂຸດບໍ່ແຮ່ຍັງເປັນລົດທີ່ບໍ່ມີຄົນຂັບອີກດ້ວຍ. ລົດທັງສອງແບບສາມາດແລ່ນໄດ້ຢ່າງສະດວກ. ຖ້າລອງເຂົ້າໄປເບິ່ງໃກ້ໆ ກໍ່ຈະສັງເກດເຫັນວ່າບໍ່ມີຄົນຂັບໃນລົດ ແລ້ວຄົນຂັບລົດຢູ່ໃສ? ຄົນຂັບແມ່ນນັ່ງຢູ່ໃນຫ້ອງແອເຢັນໆທີ່ຫ້ອງຄວບຄຸມສະເພາະ. ສະເກດເບິ່ງບ່ອນນັ່ງທີ່ລາວນັ່ງຢູ່. ມັນກໍ່ຄືກັນກັບບ່ອນນັ່ງຄົນຂັບໃນລົດຂຸດ. ແລະຈະມີຈໍໃຫ້ໄດ້ເບີ່ງພາບສົດໆໃນສະໜາມ ດ້ວຍລະບົບໂທລະຄົມມະນາຄົມ 5G ທີ່ມີຄວາມໜ່ວງຕໍ່າທີ່ສຸດ ເຮັດໃຫ້ເຮົາຄວບຄຸມລົດຂຸດໄດ້ຢ່າງຖືກຕ້ອງຈາກບ່ອນນີ້
ເໝືອງ ຊານເຕົ້າຈວງ (Shandaochuang) ໄດ້ນຳໃຊ້ເຕັກໂນໂລຢີ 5G ເຂົ້າໃນການຜະລິດຕັ້ງແຕ່ປີ 2019 ດ້ວຍເທັກໂນໂລຢີ 5G ເຊິ່ງມີຄວາມໄວສູງ ແລະມີຄວາມໜ່ວງຕໍ່າ ເຮັດໃຫ້ຄົນງານຄວບຄຸມພາຫະນະ ແລະເຄື່ອງກົນຈັກຈາກໄລຍະໄກໄດ້ຢ່າງຖືກຕ້ອງແມ່ນຍໍາ
0 Comments