
ນັບວ່າເປັນຂ່າວດີຂ່າວດີທີ່ສຸດໃນຕອນນີ້ເລີຍ ຫາກໃຜຍັງວ່າງວຽກວ່າງງານ ຢ່າພາດເດັດຂາດ ໂດຍສະເພາະສາຍຊ່າງ ຫາກໃຜໄດ້ວຽກນີ້ຍ້ອນຢາກຈາກຈະໄດ້ເງິນແລ້ວ ຍັງລ້ຽງເຂົ້າ 3 ຄາບ ພ້ອມທີ່ພັກອາໄສຢູ່ແບບຟຣີໆ ບໍ່ມີຄ່າໃຊ້ຈ່າຍໃດໆທັງສິ້ນ
ເຊິ່ງຕໍາແໜ່ງວຽກທີ່ຕ້ອງການມີຄືຊ່າງໄຟຟ້າ, ວິຊາການ ໄຟ້ຟ້າ ທີ່ມີປະສົບການສູງ 50-100 ຄົນ ເງິນໄດ້ເປັນມື້ 200.000 ກີບ/ມື້, ພ້ອມລ້ຽງເຂົ້າ 3 ຄາບ, ມີຫໍພັກໃຫ້ຢູ່ ເຮັດວຽກ9ຊົ່ວໂມງ ຕໍ່ມື້.
ນອກຈາກນີ້ແມ່ນຕໍາແໜ່ງຊ່າງຈອດເຫລັກ 50-100ຄົນ ຈ້າງເປັນມື້ 150.000ກີບ/ມື້, ລ້ຽງເຂົ້າ3 ຄາບ, ມີຫໍພັກໃຫ້ຢູ່; ຊ່າງໄມ້ຕີແບບ ເຂົ້າແບບ 100-200ຄົນ ຈ້າງເປັນມື້ 150.000ກີບ/ມື້, ລ້ຽງ ເຂົ້າ3 ຄາບ ມີຫໍພັກໃຫ້ຢູ່ ແລະ ກຳມະກອນມັດເຫລັກ, ຄົດເຫລັກ 400-500ຄົນ ຈ້າງເປັນມື້ 100.000ກີບ/ມື້, ລ້ຽງເຂົ້າ3 ຄາບ ມີຫໍພັກໃຫ້ຢູ່ເຊັ່ນກັນ
ດ້ານເງື່ອນໄຂການສະໝັກ ຕ້ອງມີໃບກວດສຸຂະພາບ, ມີບັດປະຈຳຕົວ, ມີປຶ້ມສໍາມະໂນຄົວ, ມີໃບຢັ້ງຢືນທີ່ຢູ່ ແລະ ໃບປະກາດ ຫາກໃຜສົນໃຈໂທສອບຖາມໄດ້ທີ່ເບີ 020 5511 0766; ສ່ວນສະຖານທີ່ເຮັດວຽກແມ່ນໃກ້ຖະໜົນ 450 ປີ ເຂດເສດຖະກິດກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນ
ຂໍ້ມູນ : http://laoedu.org
0 Comments