737 ສາຍການບິນ "Air India Express" ຕົກ ຫັກເປັນສອງທ່ອນ ຂະນະພະຍາຍາມລົງຈອດ!!

ເກີດເຫດເຮືອບິນໂດຍສານໂບອິງ 737 ສາຍການບິນ "Air India Express", ຖ້ຽວບິນ IX1344, ເຊິ່ງມີຜູ້ໂດຍສານ ແລະລູກເຮືອທັງໝົດ 190 ຄົນ, ຈະລົງຈອດຢູ່ສະໜາມບິນສາກົນ Calicut ໃນລັດ ເກລະ ທາງຕອນໃຕ້ຂອງປະເທດ. ແຕ່ເກີດຜິດພາດຂ້າມເສັ້ນທາງແລ່ນໃກ້ສະໜາມບິນຕົກລົງຈາກເທິງພູ ເຮັດໃຫ້ຍົນໄດ້ຂາດເປັນສອງສ່ວນ. ແຕ່ໂຊກດີທີ່ບໍ່ມີໄຟລຸກໄໝ້. 


ເວັບໄຊທ໌ Hindustan Times ລາຍງານວ່າ ເຈົ້າໜ້າທີ່ກູ້ໄພໄດ້ເຮັດວຽກຢ່າງໜັກຕະຫຼອດຄືນ. ຈົນຮອດຕອນເຊົ້າຂອງວັນທີ 8 ສິງຫາທີ່ຜ່ານມາ. ບໍ່ດົນມານີ້ ລ່າສຸດພົບຜູ້ເສຍຊີວິດແລ້ວຢ່າງນ້ອຍ 18 ຄົນ, ໃນນັ້ນມີນັກບິນ ແລະ ຜູ້ຊ່ວຍນັກບິນຂອງຍົນລຳນີ້. ນອກນີ້, ຍັງມີຫຼາຍກວ່າ 140 ຄົນໄດ້ຮັບບາດເຈັບ, ໃນນັ້ນ 15 ຄົນມີອາການສາຫັດ, ທັງໝົດຖືກນຳສົ່ງໄປໂຮງໝໍແລ້ວ


ນາຍົກລັດຖະມົນຕີ ນະເຣນທຣາ ໂມດິ ກ່າວວ່າ ເປັນອຸປະຕິເຫດທາງເຮືອບິນທີ່ໂສກເສົ້າ. ພ້ອມສະແດງຄວາມເສຍໃຈໄປຍັງຄອບຄົວຂອງຜູ້ເສຍຊີວິດ ໃນຂະນະທີ່ລັດຖະມົນຕີການບິນພົນລະເຮືອນອິນເດຍທ່ານ ຮາເດບ ຊິງ ປຸຣີ ກ່າວວ່າ: ໃນເຫດການດັ່ງກ່າວມີຝົນຕົກໜັກ. ຍົນ ລຳດັ່ງກ່າວແລ່ນຂ້າມທາງແລ່ນ ໄປຕົກລົງກະທົບພື້ນທີ່ຄ້ອຍເລິກ ຄວາມເລິກ 10,6 ແມັດ ກ່ອນທີ່ຍົນຈະແຕກຫັກອອກເປັນສອງທ່ອນ. ຫຼ້າສຸດທາງອົງການສືບສວນອຸບັດຕິເຫດເຮືອບິນຂອງອິນເດຍ ຫລື A.AIB ກຽມຕົວເພື່ອສືບສວນເຫດການດັ່ງກ່າວແລ້ວ
ຂໍ້ມູນ: ໄທຣັດ
loading...

0 Comments