ສຳນັກຂ່າວ Telegraph ໃຫ້ຮູ້ວ່າ ນາງ ເຈນ(Chen) ອາຍຸ 35 ປີ ແລະ ທ້າວ ລີ(Li) ທັງສອງໄດ້ຮູ້ຈັກກັນມາຕັ້ງແຕ່ປີ 2009 ໃນຂະນະທີ່ໄປທ່ຽວສິງກະໂປງນຳກັນ. ທ້າວ ລີ ບອກກັບ ນາງ ເຈນ ວ່າຕົນເອງຍັງເປັນໂສດ ແລະຈະເອົາ ນາງ ເຈນ ເປັນເມຍ. ເມື່ອກັບມາ ລີ ໄດ້ຕັດສາຍສຳພັນກັບ ນາງ ເຈນ, ນາງ ເຈນເກີດຄວາມບໍ່ພໍໄຈໂກດແຄ້ນຫຼາຍ ຈຶ່ງໄດ້ໄປເຖິງເຮືອນຂອງທ້າວ ລີ ແລະ ໄດ້ຮູ້ວ່າ ລີ ມີເມຍແລ້ວ

ນາງ ເຈນ ໄດ້ຮ້ອງຟ້ອງຂຶ້ນຫາສານໃນຂໍ້ຫາຕົວະຕົ້ມ, ລຸກລໍ້າເຂດຫ່ວງຫ້າມ, ລ່ວງລໍ້າຄວາມ "ສົດ" ແລະສຸຂະພາບຂອງເຂົາ. ເຈນ ຮຽກຮ້ອງຄ່າເສຍຫາຍ 5.000 ຢວນ ຫລື 8.000 ໂດລາ ເພື່ອເປັນຄ່າປົວແປງຈິດໄຈ ແລະ ຄ່າໃຊ້ຈ່າຍທາງການແພດຕຶ່ມອີກ 240 ໂດລາ
ສານ ຊຽງໄຮ້ວິນິໄສວ່າ ຈຳນວນເງິນທີ່ເຈນຮຽກຮ້ອງນັ້ນສູງເກີນໄປ ແຕ່ກໍ່ຢືນຢັນວ່ານັ້ນແມ່ນສິດຂອງຄວາມສົດ. ສະນັ້ນ, ກົດໝາຍຕ້ອງໄດ້ຄຸ້ມຄອງໃຫ້ເຂົາ ເຊັ່ນກັນກັບສິດທາງດ້ານຄຸນສົມບັດ ຊຶ່ງພົວພັນເຖິງ ຄວາມເສລີພາບທາງເພດ, ຄວາມປອດໄພທາງເພດ ແລະ ຄວາມບໍລິສຸດທາງແພດ.
ດັ່ງນັ້ນ ສານຈຶ່ງໄດ້ຕັດສິນໃຫ້ ທ້າວ ລີ ຕ້ອງຈ່າຍຄ່າເສຍຫາຍໃຫ້ ນາງ ເຈນ ເປັນຈຳນວນເງິນ 30.000 ຢວນ ຫລື 5.000 ໂດລາສະຫະລັດ ແຕ່ບໍ່ໄດ້ລະບຸແຈ້ງວ່າເງິນຈຳນວນນີ້ແມ່ນຄ່າຫຍັງແດ່
ລີ ບໍໄດ້ມີໜ້າເຂົ້າຮ່ວມຢູ່ສານ ແຕ່ໄດ້ແຕ່ຕັ້ງທະນາຍຄວາມມາເປັນຕົວແທນ, ລີ ປະຕິເສດວ່າບໍ່ໄດ້ພົວພັນກັບນາງ ເຈນ ຕົນຈະຂໍອຸທອນ
loading...
0 Comments