ສິງກະໂປທຳລາຍງາຊ້າງຜິດກົດໝາຍ ຈຳນວນ 9 ໂຕນ!

 


ສິງກະໂປທຳລາຍຂອງກາງເປັນງາຊ້າງ ທີ່ຍຶດໄດ້ຈາກຂະບວນການການລັກລອບຄ້າສັດປ່າ ຄິດເປັນມູນຄ່າ 1 ຕື້ກວ່າກີບ ຫວັງສະກັດກັ້ນບໍ່ໃຫ້ງາຊ້າງກັບເຂົ້າສູ່ຂະບວນການຜິດກົດໝາຍອີກ...

ເມື່ອວັນທີ 12 ສິງຫາ 2020 ຜ່ານມານີ້ ຜູ້ສື່ຂ່າວລາຍງານວ່າ ທາງເຈົ້າໜ້າທີ່ສິງກະໂປທຳລາຍງາຊ້າງຄັ້ງໃຫຍ່ທີ່ສຸດໃນໂລກ ຄິດເປັນມູນຄ່າເຖິງ 13 ລ້ານໂດລາສະຫະລັດ ໂດຍງາຊ້າງດັ່ງກ່າວເປັນຂອງກາງທີ່ຍຶດໄດ້ຈາກຂະບວນການລັກລອບຄ້າສັດປ່າ

ພ້ອມກັນນີ້ ຍັງໄດ້ເປີດເຜີຍພາບຂອງການທຳລາຍງາຊ້າງຜ່ານທາງອອນລາຍ ເພື່ອສະແດງໃຫ້ເຫັນວ່າສິງກະໂປມີການດຳເນີນການຕໍ່ສູ້ ແລະ ປາບປາມຂະບວນການລັກລອບຄ້າສັດປ່າຜິດກົດໝາຍ

ງາຊ້າງທີ່ທາງການສິງກະໂປທຳລາຍຄັ້ງນີ້ມີເຖິງ 9 ໂຕນ ໃນຈຳນວນນີ້ 8.8 ໂຕນເປັນງາຊ້າງທີ່ຖືກຍຶດໄດ້ເມື່ອປີ 2019 ເຈົ້າໜ້າທີ່ປະເມີນວ່າໄດ້ມາຈາກຊ້າງອາຟຣິກກາເກືອບ 300 ໂຕ, ຊຶ່ງການທຳລາຍງາຊ້າງ ຈະຊ່ວຍເປັນການສະກັດກັ້ນການລັກລອບຄ້າງາຊ້າງທົ່ວໂລກ

0 Comments