ເວບໄຊທ໌ດັງໆທີ່ໄດ້ຮັບຄວາມນິຍົມໄດ້ປິດກັ້ນ Flash ຫຼັງຈາກມີປັນຫາຄວາມປອດໄພທີ່ບໍ່ໄດ້ຮັບການແກ້ໄຂ!
ພັກແນ່ນອນວ່າງານລ້ຽງຕ້ອງມີວັນເລີກ ແມ່ນບໍ? ເຊັ່ນດຽວກັບ Adobe Flash Player ຫຼັງຈາກທີ່ Facebook ປະກາດກຽມຢຸດການສະໜັບສະໜູນ Flash Player ໄປແລ້ວ ແລະລ້າສຸດ Mozilla Firefox ກໍ່ໄດ້ອອກມາປະກາດຢ່າງຈະແຈ້ງວ່າຕໍ່ໄປນີ້ Mozilla ຈະປິດການສະແດງຜົນ Flash Player ໃນເວັບ browser ຕ່າງໆ ໃນທຸກເວີຣ໌ຊັ່ນອີກດ້ວຍ
ອາດຈະມີຄົນທີ່ຍັງບໍ່ຮູ້ວ່າ Flash Player ມັນແມ່ນໂປຣແກຣມຫຍັງ ແອັດມິນຈະອະທິບາຍໃຫ້ເຂົ້າໄຈງ່າຍໆ ມັນແມ່ນໂປແກຼມທີ່ມີຊື່ວ່າ Adobe Flash Player ເຊິ່ງເປັນໂປແກມ plug-in ໃນຍຸກໜຶ່ງ, ຄອມພິວເຕີທຸກເຄື່ອງຕ້ອງຕິດຕັ້ງໂປຣແກຣມນີ້. ຖືວ່າເປັນໂປແກຼມທີ່ຊ່ວຍໃຫ້ມີການສະແດງຜົນໃຫ້ມີສີສັນ ແລະ ມີປະສິດຕິພາບຫລາຍຂື້ນໃນຫນ້າເວັບຕ່າງໆ. ໂດຍສະເພາະເວບໄຊທ໌ທີ່ມີພາບເຄື່ອນໄຫວ, ຄລິບວີດີໂອ ຫລື ເອນິແມຊັ່ນຕ່າງໆ
ເປັນຫຍັງ Flash Player ຈຶ່ງຖືກລືມ? ກໍ່ເພາະວ່າມັນຍັງມີຂໍ້ບົກຜ່ອງຫຼາຍໃນການໃຊ້ງານ ໂດຍສະເພາະດ້ານຄວາມປອດໄພ ແລະ ການໃຊ້ຊັບພະຍາກອນຂອງເຄື່ອງຫຼາຍເກີນໄປ (ຈຶ່ງເປັນເຫດຜົນອັນດັບໜຶ່ງທີ່ເຮັດໃຫ້ຄອມພິວເຕີ້ຊ້າ) ດັ່ງນັ້ນຈຶ່ງເຮັດໃຫ້ HTML5 ກຳລັງຖືກພັດທະນາຂຶ້ນມາເພື່ອນຳໃຊ້ແທນທີ່ນັ້ນເອງ.
ດ້ວຍບັນຫາຄວາມບໍ່ສົມບູນ ແລະ ຍັງບໍ່ທັນໄດ້ແກ້ໄຂ ເລີຍເປັນຜົນເຮັດໃຫ້ບໍລິສັດໄອທີ ເຈົ້າໃຫຍ່ຫຼາຍໆແຫ່ງກໍ່ເລີ່ມຫັນໜ້າໜີ ນໍາໂດຍເຈົ້າຂອງ Apple ຍ້ອນວ່າ Steve Jobs ໄດ້ປະກາດບໍ່ສະໜັບສະໜູນ Flash ຕັ້ງແຕ່ ປີ 2010 ເຖິງແມ່ນວ່າໃນໄລຍະ Flash Player ຈະໄດ້ຮັບຄວາມນິຍົມເປັນຈຳນວນຫຼາຍກໍ່ຕາມ ໂດຍ Job ໃຫ້ເຫດຜົນຢ່າງຈະແຈ້ງວ່າ Flash ເຮັດໃຫ້ເຄື່ອງພີຊີຊ້າ.
ແຕ່ Flash Player ກໍ່ບໍ່ຍອມແພ້ເພາະຜ່ານມາ 5 ປີ ໃນປີ 2015 ກໍ່ໄດ້ປ່ອຍລຸ້ນໃໝ່ອອກມາ ແຕ່ບັນຫາດ້ານການໃຊ້ງານ, ມັນຍັງມີໃຫ້ເຫັນຢ່າງຕໍ່ເນື່ອງເຮັດໃຫ້ Youtube ໄດ້ປະກາດຍົກເລີກການນຳໃຊ້ Flash ປ່ຽນມາເປັນ HTML5 ສຳເລັດເປັນທີ່ຮຽບຮ້ອຍແລ້ວໃນຕົ້ນ ປີ 2015 ບໍ່ພຽງແຕ່ເທົ່ານັ້ນ Chrome Browser ທີ່ປິດກັ້ນການສະແດງຜົນ Flash ບໍ່ໃຫ້ຫຼິ້ນອັດຕະໂນມັດໄປອີກ. ແຕ່ຖ້າເຮົາຕ້ອງການຈະເປີດແທ້ໆ ຕ້ອງໃຊ້ວິທີການເປີດເອງເທົ່ານັ້ນ (ຜູ້ໃຊ້ຍອມຮັບຄວາມສ່ຽງດ້ວຍຕົວຂອງທ່ານເອງ)

0 Comments