AF ວາງກົດໃໝ່ຫ້າມ "ໄອ ຫລື ຈາມ" ກາງສະໜາມ ອາດຖືກໃບແດງ!!



ສະມາຄົມບານເຕະອົງກິດ ຫລື AF ໄດ້ອອກກົດກະຕິກາໃໝ່ ຖ້ານັກກິລາຄົນໃດເຈດຕະນາ ໄອ ຫລື ຈາມ ໃສ່ຄູ່ແຂ່ງຂັນອາດຈະຖືກໃບແດງໂດຍກົງ. ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ກົດກະຕິກາໃໝ່ດັ່ງກ່າວນີ້ຈະເລີ່ມນຳໃຊ້ ໃນລະດູການໜ້າ 2020-2021 ໂດຍຜູ້ຕັດສິນສາມາດໃຫ້ໃບແດງ ຫລື ໃບເຫຼືອງໃຫ້ນັກກິລາ ເພາະ AF ເລັ່ງເຫັນວ່ານີ້ຄືຫົນທາງຂອງການແຜ່ເຊື້ອໄວຣັສໂຄວິດ-19


ແຕ່ຢ່າງໃດກໍ່ຕາມ ການໃຊ້ກົດກະຕິກາໃໝ່ດັ່ງກ່າວນີ້ ກໍ່ຂື້ນກັບກຳມະການທີ່ຈະຕັດສິນໃນກໍລະນີນັກເຕະທີ່ໄອ ຫລື ຈາມ ຖ້າເຈດຕະນາກໍ່ຈະໃຫ້ໃບແດງທັນທີ ຫລື ບໍ່ເຈດຕະນາ ກໍ່ໃຫ້ໃບເຫຼືອງ ແລະກ່າວເຕືອນນັກກິລາ. ຖ້າຫາກວ່ານັກກິລາໄດ້ໃບແດງ (ເຈດຕະນາໄອ, ຈາມ) ກໍ່ອາດຈະຖືກດຳເນີນຄະດີຕາມກົດໝາຍ ເນື່ອງຈາກວ່າປັດຈຸບັນການຈົງໄຈໄອ ຫລື ຈາມໃສ່ຄູ່ແຂ່ງຂັນ ຖືກຍົກລະດັບເປັນຄວາມຜິດທາງອາຍາຮຸນແຮງເທົ່າກັບການທຳຮ້າຍຄູ່ແຂ່ງຂັນ

loading...

0 Comments