
ຫຼັງຈາກເປີດຕົວຄໍເລັກຊັ່ນເສື້ອຜ້າຊຸດທຳອິດ ໄປເມື່ອເດືອນທີ່ຜ່ານມາ ແລະໄດ້ຮັບກະແສຕອບຮັບເປັນຢ່າງດິ ລ້າສຸດ “A BATHING APE®” ແລະ “COMME des GARCONS” ກັບມາຮ່ວມງານກັນອີກຄັ້ງ ກັບເສື້ອຜ້າລາຍໂລໂກ້ສຸດໜ້າຮັກ ບໍ່ວ່າຈະເປັນເສຶ້ອຍຶດ, ເສື້ອກັນໜາວ


ການກັບມາຮ່ວມງານໃນຄັ້ງນີ້, ທັງສອງເເບຣນໄດ້ອອກແບບລາຍໂລໂກ້ຂື້ນໃໝ່. ໂດຍການໃຊ້ຄຳວ່າ "COMME des GARCONS" ມາຕົກແຕ່ງເປັນເຄື່ອງໝາຍຄຳເວົ້າໃນສ່ວນຫົວຂອງ "APE HEAD", ຮູບສັນຍາລັກລິງຂອງຍີ່ຫໍ້ "A BATHING APE®", ປະທັບລົງເທິງເສື້ອໃສ່ເສື້ອຍືດ, ເສື້ອກັນໜາວ ທີ່ສວຍງາມດ້ວຍໂລໂກ້ພິເສດຂອງທັງສອງຍີ່ຫໍ້ຢູ່ດ້ານຫລັງຂອງ ຫັລງ ປົກກະຕິ.


ສຳລັບຜູ້ທີ່ສົນໃຈຢາກເປັນເຈົ້າຂອງໃນການເກັບສະສົມ Ape x GARCONS ສຸດພິເສດຄັ້ງນີ້ກໍ່ຕ້ອງອາໄສດວງເຊັ່ນກັນ ເພາະທາງຮ້ານທີ່ປະເທດຍີ່ປຸ່ນຈະມີການຈັບສະຫຼາກ ເພື່ອເລືອກຜູ້ໂຊກດີທີ່ສາມາດຊື້ສິນຄ້າໄດ້ພຽງ 1 ຢ່າງໃນຈຳນວນຈຳ ກັດເທົ່ານັ້ນ ເຊິ່ງຖືວ່າເປັນຜົນງານລວບລວມທີ່ຂອນຂ້າງຫາຍາກ ແລະ ບໍ່ແມ່ນໃຜກໍ່ໄດ້ທີ່ຈະມີມັນຈິງໆ

ໂດຍຈະວາງຂາຍສະເພາະທີ່ບູ້ທ BAPE STORE® COMME des GARCONS OSAKA ໃນຊັອບ COMME des GARCONS ສາຂາ OSAKA ເທົ່ານັ້ນ. ສຳລັບໃຜທີ່ບໍ່ສະດວກກໍ່ຕ້ອງອົດໄຈໄວ້ກ່ອນ ບໍ່ແນ່ວ່າຈະມີການເປີດຂາຍໃນຊັອບອອນລາຍທົ່ວໂລກໃນໄວໆນີ້ກໍ່ເປັນໄດ້
loading...
0 Comments