ດື່ມນໍ້າໝາກພິລາເປັນປະຈຳປ້ອງກັນໂລກສະໝອງເສື່ອມ



ມື້ນີ້ ແອັດມິນ ໄດ້ສັນຫາເຄື່ອງດື່ມເພື່ອສຸຂະພາບມາໃຫ້ທ່ານໄດ້ລອງ ວ່າດ້ວຍເລື່ອງຂອງອາການສະໝອງເສື່ອມ ເຊິ່ງສາມາດປ້ອງກັນດ້ວຍການດຶ່ມນໍ້າໝາກພິລາ. ເປັນໝາກໄມ້ຫຼາຍຄຸນຄ່າ, ສີສັນງົດງາມ ສ້າງສັນເປັນເຄື່ອງດຶ່ມທີ່ທັນສະໄໝໄດ້ ເພາະເປັນໝາກໄມ້ທີ່ມີສັບພະຄຸນປ້ອງກັນອາການຫຼົງໆລືມໆ ທັງຍັງຊ່ວຍບຳລຸງສຸຂະພາບຜິວໃຫ້ກ້ຽງງາມ, ສົດໄສຂຶ້ນໄດ້ນຳອີກ



ແກ່ນຂອງໝາກພິລາຍັງອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະ ໂຕການກໍ່ພະຍາດມະເຮັງ. ນອກຈາກໝາກພິລາແລ້ວ ເຄື່ອງດຶ່ມນີ້ຍັງສາມາດຕື່ມໝາກໄວ້ຊະນິດອື່ນໃສ່ນຳໄດ້ ເພື່ອເພີ່ມຄຸນຄ່າ ເຊິ່ງມີທັງໝາກໂມ, ໝາກນາວ, ໝາກກ້ຽງ ແລະໝາກນັດ ທີ່ສາມາດເພີ່ມວິຕາມິນ C ເພື່ອຫຼຸດຄວາມເສື່ອມສະພາບຂອງແຊນ ແລະເຮັດໃຫ້ບາດແຜເຊົາໄວຂື້ນ

ສ່ວນປະສົມ: ທີ່ຕ້ອງກະກຽມປະກອບມີດັ່ງນີ້

  • ໝາກພິລາ
  • ໝາກໂມ
  • ໝາກນາວ
  • ໝາກກ້ຽງ
  • ໝາກນັດ

ຂັ້ນຕອນຂອງການປະສົມ:

ແມ່ນໃຫ້ເອົາໝາກພິລາໃຊ້ຜ້າຂາວບາງຫໍ່ຫຸ້ມ, ບີດເອົາແຕ່ນໍ້າ. ສ່ວນປະສົມຊະນິດອື່ນໆກໍ່ຄັ້ນເອົາແຕ່ນໍ້າຄືກັນ ແລ້ວຈຶ່ງເອົາສ່ວນປະສົມທັງໝົດມາປັ່ນລວມເຂົ້າກັນ ຈາກນັ້ນເອົາໄປປັ່ນໃສ່ກັບນໍ້າກ້ອນ ເຮັດເປັນນໍ້າປັ່ນອີກເທື່ອໜຶ່ງ ແລ້ວທ່ານກໍ່ຈະໄດ້ເຄື່ອງດຶ່ມທີ່ຫວານອົມສົ້ມ, ເຢັນຊົດຊຶ່ນໄຈດຶ່ມໄດ້ທັນທີ ເຊິ່ງດຶ່ມເປັນປະຈຳຈະຊ່ວຍບຳລຸງສະໝອງ ເພີ່ມປະສິດທິພາບການຈື່ຈຳ ຫຼຸດບັນຫາອາການຫຼົງໆລືມໆໄປໄດ້ເລີຍ ໄດ້ຜົນດີ!!

0 Comments