ຝົນຕົກໜັກເຮັດໃຫ້ນໍ້າຖ້ວມເມືອງ ແທຈອນ ເກົາຫຼີໃຕ້



ອົງການພະຍາກອນອາກາດແຫ່ງຊາດເກົາຫຼີໃຕ້ ວັນທີ 30 ກໍລະກົດ ໃຫ້ຮູ້ວ່າ: ລະດັບນ້ຳໃນນະຄອນ ແທຈອນ(Daejoen) ຫ່າງຈາກກຸງໂຊນ ໄປທາງທິດໃຕ້ປະມານ 150 ກິໂລແມັດ ຢູ່ທີ່ລະດັບ 197 ມິນລີແມັດ ໃນວັນທີ 29-30 ກໍລະກົດນີ້. ຝົນຕົກໜັກ ໄດ້ເຮັດໃຫ້ຫຼາຍເມືອງໃຫຍ່ມີລະດັບນ້ຳຂື້ນສູງເຊັ່ນ: Geumsan, Gyyerong, Nonsan, Cheonan ແລະ Sejong ລະດັບນໍ້າສູງຕາມລຳດັບຄື: 150.5mm, 144mm, 142mm, 118mm ແລະ 111,7mm



ສຳນັກຂ່າວ Yonhap ໃຫ້ຮູ້ວ່າ: ມີຊາວເມືອງ Daejeon ຄົນໜຶ່ງທີ່ເປັນພະຍາດໂລກຫົວໄຈ ກຳລັງນອນຢູ່ຖືກນໍ້າຖ້ວມເສຍຊີວິດ, ນອກຈາກນັ້ນ ຍັງມີຄົນຖືກໄຟຟ້າຊັອດໃນຂະນະທີ່ກຳລັງສູບນໍ້າອອກຈາກເດີນກ໋ອບ



ເຈົ້າໜ້າທີ່ເມືອງ  Daejeon ໃຫ້ຮູ້ອີກວ່າ: ມີ 85 ຫຼັງຄາເຮືອນທີ່ຖືກປິດລ້ອມດ້ວຍມວນນໍ້າອັນມະຫາສານ ແລະມີລົດຈຳນວນ 55 ຄັນຖືກຈົມຢູ່ໃຕ້ນໍ້າ ຫ້ອງການທະບຽນລົດໃນຄຸ້ມ Jung ກໍ່ຕ້ອງຢຸດການໃຫ້ບໍລິການ ຂະບວນລົດໄຟກໍ່ຕ້ອງໂຈະການໃຫ້ບໍລິການ

0 Comments