ສານເຄມີລະເບີດ "ເບຣຸດ" ຖືກຍຶດມາຈາກນັກທຸລະກິດຊາວຣັດເຊຍ


ມີລາຍງານວ່າເຈົ້າໜ້າທີ່ເລບານອນ ໄດ້ອອກມາເຕືອນຫຼາຍຄັ້ງແລ້ວກ່ຽວກັບອັນຕະລາຍຂອງ ແອມໂມນຽມໄນເຕຣັດ (ammonium nitrate) ສານເຄມີທີ່ນັກທຸລະກິດຣັດເຊຍຖິ້ມໄວ້ທີ່ທ່າເຮືອເມືອງ ເບຣຸດ(Beirut) ເມື່ອ 6 ປີກ່ອນ ໄດ້ມີການສະເໜີວ່າມັນຄວນນຳໄປໃຫ້ກັບກອງທັບ ຫຼືບໍກໍ່ຂາຍໃຫ້ກັບບໍລິສັດທີ່ຜະລິດລະເບີດ  ກ່ອນທີ່ຈະມີການລະເບີດຄັ້ງໃຫຍ່ ແຕ່ກໍ່ບໍ່ມີການດຳເນີນການໃດໆ


ທ່ານ ບາດຣີ ດາເຮີຣ໌ ຜູ້ອຳນວຍການດ້ານພາສີຂອງເລບານອນ ເປີດເຜີຍວ່າສານຕຸລາການຂອງເລບານອນ ໄດ້ເວົ້າເຖິງຫຼາຍຄັ້ງກ່ຽວກັບສານແອມໂມນຽນໄນເຕຣດ 2,750 ໂຕນ ທີ່ເກັບຢູ່ໃນສາງໃນເມືອງເບຣຸດ ເຊິ່ງທາງດ້ານພາສີກໍ່ເຂົ້າໃຈດີວ່າ ຈະຕ້ອງຂໍໃຫ້ເຈົ້າໜ້າທີ່ເຄື່ອນຍ້າຍສານເຄມີອອກໄປ ແຕ່ກໍ່ບໍ່ເຄີຍໄດ້ຮັບອະນຸຍາດ

ສານແອມໂມນຽນໄນເຕຣດ

ຄຳເຕືອນຄັ້ງທຳອິດກ່ຽວກັບອັນຕະລາຍຂອງສານເຄມີດັ່ງກ່າວແມ່ນອອກມາໃນປີ 2014 ແລະແຫຼ່ງຂ່າວກ່າວວ່າທີມງານທີ່ເຂົ້າກວດກາສານເຄມີຊຸດນີ້ເມື່ອ 6 ເດືອນກ່ອນ ໄດ້ເຄີຍອອກມາເຕືອນວ່າ ຖ້າພວກມັນບໍ່ຖືກຍ້າຍອອກໄປ ມັນອາດຈະລະເບີດທັງໝົດເມືອງ ເບຣຸດໄດ້

ຈາກເອກະສານທີ່ມີການເຜີຍແຜ່ທາງອອນລາຍ ໄດ້ຖືກສະເໜີວ່າສານເຄມີອາດຈະຖືກນໍາໄປໃຫ້ກັບກອງທັບ ຫຼືບໍກໍ່ຂາຍໃຫ້ກັບບໍລິສັດທີ່ຜະລິດລະເບີດ ແຕ່ກໍ່ບໍ່ເຄີຍມີການປະຕິບັດໃດໆກັບສານດັ່ງກ່າວ

ສານເຄມີເຫລົ່ານີ້ ລະບຸວ່າເຄີຍເປັນຂອງ ອິກໍຣ໌ ເກຣຊຸສກິນ(Igor Grechuchkin) ນັກທຸລະກິດຣັດເຊຍ ແຕ່ຖືກຈັບກຸມໂດຍເຈົ້າໜ້າທີ່ເລບານອນ ກ່ອນທີ່ສານເຄມີຈະຖືກເຄື່ອນຍ້າຍມາເກັບໄວ້ຢູ່ສາງ

ສື່ມວນຊົນຕາເວັນຕົກລາຍງານວ່າ ສານເຄມີຊະນິດນີ້ໄດ້ມາຮອດເມືອງ ເບຣຸດ ໃນເດືອນ ກັນຍາ ປີ 2013 ໂດຍມາກັບກຳປັ່ນຂົນສົ່ງສິນຄ້າທີ່ມມາຢຸດເຊົາ ຍ້ອນເຮືອຂັດຂ້ອງແຕ່ເຈົ້າຂອງກຳປັ່ນ ອິກໍຣ໌ ເກຣຊຸສກິນ ກໍ່ປະຖິ້ມເຮືອ ແລະສິນຄ້າອັນຕະລາຍຢູ່ໃນເຮືອຍ້ອນເຫດຜົນລົ້ມລະລາຍ

ເຮືອລຳນີ້ແມ່ນມາຈາກສາທາລະນະລັດ ຈໍເຈຍ ແລະຈະໄປໂມຊຳບິກ ແຕ່ເມື່ອເຈົ້າຂອງເຮືອຖິ້ມເຮືອ ດັ່ງນັ້ນເຈົ້າໜ້າທີ່ເລບານອນຈຶ່ງຍຶດເຮືອ ແລະສິນຄ້າທີ່ຢູ່ເທິງເຮືອ. ສ່ວນລູກເຮືອໄດ້ຖືກຍົກຍ້າຍຂື້ນຝັ່ງເພື່ອຄວາມປອດໄພ ແລະຕໍ່ມາໄດ້ຮັບອະນຸຍາດໃຫ້ເດີນທາງອອກຈາກປະເທດໄປ


ຂະນະທີ່ໂທລະພາບລັດເຊຍລາຍງານວ່າ: ກຳປັ່ນ 
 ອິກໍຣ໌ ເກຣຊຸສກິນ ຖືກເຈົ້າໜ້າທີ່ເລບານອນຍຶດ ເພາະຂາດເອກະສານ ແລະເງື່ອນໄຂທີ່ຈຳເປັນສຳລັບການຂົນສົ່ງ ເລື່ອງນີ້ເຮັດໃຫ້ລາວຖືກປັບໃໝເປັນເງິນຈຳນວນມະຫາສານ ແລະດ້ວຍເຫດຜົນນີ້ລາວຈຶ່ງຕ້ອງຍື່ນຂໍລົ້ມລະລາຍ


loading...

0 Comments