ແມວຖືກຂໍ້ຫາ "ຂົນຢາເສບຕິດ" ແຖມຍັງ ແຫກຄຸກໜີ!!


ສີລັງກາເລັ່ງຄົ້ນຫາ "ແມວ" ໜີອອກຈາກຄຸກ ຫຼັງຖືກກັກຂັງໂທດຖານຂົນຢາເສບຕິດ ເຜີຍ ເປັນຂໍ້ມູນສຳຄັນເພື່ອຂະຫຍາຍຜົນທາງຄະດີ.

ອີງຕາມສຳນັກຂ່າວຊິນຮົວລາຍງານວ່າ: ໃນວັນທີ 3 ສິງຫານີ້ ສື່ທ້ອງຖິ່ນຂອງສີລັງກາລາຍງານວ່າ: "ແມວ" ເຊິ່ງຖືກກັກຂັງຂໍ້ຫາຂົນຢາເສບຕິດເຂົ້າໄປໃນຄຸກ Welikada Prison ຢູ່ນະຄອນຫຼວງໂຄລຳໂບ ເມືອງຫຼວງຂອງປະເທດ ໄດ້ຫຼົບໜີອອກຈາກຄຸກ ທີ່ມີເຈົ້າໜ້າທີ່ເຝົ້າຍາມຢ່າງໜາແໜ້ນ ຫຼັງຖືກຈັບກຸມໄດ້ພຽງບໍ່ເທົ່າໃດມື້

ໜັງສືພິມ ອາລູນາ ອ້າງເຈົ້າໜ້າທີ່ຍາມຄຸກວ່າ: ໃນວັນທີ 1 ສິງຫາ ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງຄຸກ ກວດພົບວ່າແມວໂຕນີ້ມີຖົງປລາສະຕິກນ້ອຍໆມັດຢູ່ອ້ອມຄໍ ເຊິ່ງພາຍໃນບັນຈຸເຮໂຣອິນເກືອບ 2 ກລາມ, ຊິມກາດ 2 ອັນ ແລະ ຊິບໜ່ວຍຄວາມຈຳ ໂດຍຜົນການສຶບສວນພົບວ່າແມວໂຕນີ້ລັກລອບຂົນຢາເສບຕິດ ແລະສິ່ງຕ້ອງຫ້າມເຂົ້າຄຸກເວລີກາດາ

ແມວໂຕດັ່ງກ່າວຖືກກັກຂັງຢູ່ຄຸກເພື່ອສຶບສວນ-ສວບສວນຫາຜູ້ເປັນເຈົ້າຂອງ ແຕ່ພັດຫຼົບໜີອອກມາໄດ້ໃນວັນທີ 2 ສິງຫາ ຜ່ານມາ, ປະຈຸບັນທາງການກຳລັງຕິດຕາມໄລ່ລ່າເພື່ອນຳມັນກັບມາ, ເຈົ້າໜ້າທີ່ເຊື່ອວ່າແມຍໂຕນີ້ຖືກນຳໃຊ້ເປັນຜູ້ລັກລອບຂົນສົ່ງສິ່ງຜິດກົດໝາຍເປັນປະຈຳ

loading...