ຈີນສົ່ງດາວທຽມດວງສຸດທ້າຍ "ເບີ່ຍໂຕ່ວ" ສຳເລັດ!!



ຕາມສຳນັກຂ່າວຊິນຫົວຂອງຈີນ ໄດ້ປະກາດທົດລອງລະບົບ BDS ຢ່າງເປັນທາງການໃນວັນສຸກ 31 ກໍລະກົດ ທີ່ຜ່ານມານີ້, ເຊິ່ງນັບເປັນການເປີດຕົວລະບົບ BDS-3 ສະບັບສົມບູນລ່າສຸດໃຫ້ແກ່ຜູ້ໃຊ້ທົ່ວໂລກຢ່າງເປັນທາງການ



ທ່ານ ຈື້ຈວິນ ຫົວໜ້າທິມວິໄຈດາວທຽມ BDS-3 ຂອງສະຖາບັນເທັກໂນໂລຢີອະວະກາດແຫ່ງຊາດຈີນ (CAST) ໄດ້ກ່າວວ່າ ລະບົບດາວທຽມນຳທາງເບີ່ຍໂຕ່ວນີ້ເປັນໜຶ່ງໃນຄວາມສຳເລັດທີ່ສຳຄັນຂອງຈີນ ນັບຕັ້ງແຕ່ການປະຕິຮູບ ແລະເປີດປະເທດ

"ລະບົບ ນຳ ທາງດາວທຽມ ເປີ່ຍໂຕ່ວ ເຊິ່ງແມ່ນພື້ນຖານໂຄງລ່າງທີ່ສຳຄັນ ຈະຊ່ວຍ ອຳນວຍຄວາມສະດວກໃຫ້ແກ່ການຜະລິດແລະວິຖີຊີວິດຂອງຄົນເຮົາໂດຍການໃຫ້ຂໍ້ມູນທີ່ຖືກຕ້ອງກ່ຽວກັບເວລາແລະອາວະກາດຢ່າງແມ່ນຍຳ”

ທ່ານ ເຊ່ຍຈວິນ ຫົວໜ້ານັກອອກແບບລະບົບດາວທຽວ BDS-3 ຂອງສະຖາບັນເທັກໂນໂລຢີອາວະກາດແຫ່ງຊາດຈີນເຜີຍວ່າ: "ເພື່ອນຮ່ວມງານຂອງຂ້າພະເຈົ້າໄດ້ເຮັດວຽກຕະຫຼອດເວລາໃນຊ່ວງຫຼາຍປີທີ່ຜ່ານມາ. ໄດ້ຜ່ານຄວາມລົ້ມເຫລວຫລາຍໆຢ່າງ ພວກເຮົາຮູ້ເຖິງຄວາມສຳຄັນທີ່ຍິ່ງໃຫຍ່ຂອງດາວທຽມ. ມຸ່ງໄປສູ່ຄວາມໝັ້ນຄົງແຫ່ງຊາດ ການພັດທະນາເສດຖະກິດ - ສັງຄົມ ລວມທັງຊີວິດການເປັນຢູ່ຂອງປະຊາຊົນ"



ລະບົບນຳທາງດາວທຽມ ເປີ່ຍໂຕ່ວ(Beitou) ເກີດຂື້ນຈາກຄວາມພະຍາຍາມຂອງຫລາຍອົງການຕ່າງໆ ຫຼາຍກວ່າ 400 ແຫ່ງ, ໃນນັ້ນມີພະນັກງານຄົ້ນຄ້ວາ ແລະ ເຕັກນິກປະມານ 300.000 ຄົນ, ສະຖາບັນເຕັກນິກອະວະກາດແຫ່ງຊາດຈີນ ນັກພັດທະນາດາວທຽມໄດ້ລວບລວມຜູ້ຊ່ຽວຊານ ແລະ ຜູ້ຜະລິດຊັ້ນນຳຈາກທົ່ວປະເທດ. ແລະລວບລວມເຕັກໂນໂລຢີທີ່ທັນສະ ໄໝທີ່ສຸດມາໃຊ້ກັບວັດສະດຸ ແລະ ຜະລິດຕະພັນທີ່ມີຄຸນນະພາບສູງສຳລັບໂຄງການນີ້.


loading...

0 Comments