ເມື່ອວັນພະຫັດ, ວັນທີ 20 ສິງຫາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ເຊີເກ ຣີຍາຄັອບ ກ່າວວ່າ ລັດເຊຍຈະບໍ່ຢຸດຕິການຮ່ວມມືກັບອີຣ່ານໃນການຕໍ່ຕ້ານການຂົ່ມຂູ່ຂອງສະຫະລັດ
ສຳນັກຂ່າວ ຣີອະ ໂນໂວສະຕິ (RIA Novosti) ໄດ້ລາຍງານຖ້ອຍຄຳຂອງທ່ານ ຣີຍາຄັອບ ໂດຍກ່າວວ່າ: “ ພວກເຮົາພະຍາຍາມເຮັດເພື່ອຜົນປະໂຫຍດຂອງພວກເຮົາ. ຄຳໝັ້ນສັນຍາຂອງພວກເຮົາ ແລະ ສອດຄ່ອງກັບກົດໝາຍສາກົນ ”
ໃນວັນພຸດ (19 ສິງຫາ) ໄມຄ໌ ປອມເປໂອ, ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ. ຂູ່ຈະລົງໂທດປະເທດຕ່າງໆ ທີ່ຕໍ່ຕ້ານກັບຄວາມພະຍາຍາມຂອງສະຫະລັດ ໃນການລົງໂທດຕຕໍ່ອີຣ່ານອີກຄັ້ງ
ທ່ານ ຣີຍາຄັອບ ກ່າວວ່າ ລັດເຊຍກ່າວປະນາມເຈດຕະນາຂອງອາເມລິກາ. ທີ່ຕ້ອງການໃຫ້ສະຫະປະຊາຊາດລົງໂທດອີຣານອີກຄັ້ງ.
ທ່ານ ຣີຍາຄັອບ ກ່າວວ່າ, ທ່າມກາງການເຄື່ອນໄຫວລ່າສຸດຂອງວໍຊິງຕັນມີການເຄື່ອນໄຫວຕໍ່ອີຣານ ຣັດເຊຍຈະຍັງສືບຕໍ່ຮ່ວມມືກັບສະຫະລັດຕໍ່ໄປ ເພາະວ່າຖ້າບໍ່ມີການເຈລະຈາຫາລືກັນ ສະຖານະການອາດຈະຮ້າຍແຮງຂຶ້ນ.
0 Comments