ສະໜາມບິນກາຍເປັນ "ປ່າຊ້າ" ຈອດຖິ້ມໄວ້ບໍ່ໄດ້ໃຊ້ງານ


ສຳນັກຂ່າວ South China Morning Post ອ້າງອີງຈາກບໍລິສັດ ຂໍ້ມູນດ້ານອາວະກາດ Cirium ໃຫ້ຮູ້ວ່າ: ສະໜາມບິນສາກົນ ຮົງກົງ ແລະ ສະໜາມບິນສາກົນ Changi ສິງກະໂປ ຊຶ່ງເປັນສອງສະໜາມບິນທີ່ນອນຢູ່ໃນ 10 ສະໜາມບິນທີ່ມີເຮືອບິນຈອດຖິ້ມໄວ້ລ້າຫຼາຍທີ່ສຸດໃນໂລກ. ໃນນັ້ນສະໜາມບິນສາກົນ ຮົງກົງຢູ່ອັນດັບທີ 6 ແລະສະໜາມບິນສາກົນສິງກະໂປອັນດັບທີ 9 ຂອງໂລກ ທີ່ມີເຮືອບິນຈອດຖິ້ມໄວ້ຕາມລຳດັບ 131 ແລະ 124

ພາບຈາກ: Airplane-Picture.net

ນອກນັ້ນ ຍັງມີສະໜາມບິນຂະໜາດໃຫຍ່ເຊັ່ນ: ອິນໂດເນເຊຍຢູ່ອັນດັບທີ5 ມີເຮືອບິນ 141 ລຳ, ສະໜາມບິນສາກົນສະຫະລັດຢູ່ອັນດັບ7 ມີເຮືອບິນ 128 ລຳ, ອັນດັບທີ8 ແມ່ນສະໜາມບິນສາກົນ O.R Tambo ອາຟຣິກກາ ມີ 126 ລຳ ທີ່ຈອດຖິ້ມໄວ້ຢູ່ລ້າໆ

ອັນດັບທີ1 ແມ່ນສູນກາງອາວະກາດສາກົນ Roswell, New ເມັກຊິໂກ ຢູ່ທີ່ນີ້ມີເຮືອບິນ 374 ລຳ ແລະບໍ່ຮູ້ວ່າປານໃດຈຶ່ງຈະໄດ້ບິນ. ລານຈອດ Marana Pinal ແລະສະໜາມບິນພາລາທິການທາງພາກໃຕ້ຄາລິຟລໍເນຍ ຢູ່ອັນດັບ 2 ແລະອັນດັບ 3 ທີ່ມີເຮືອບິນຈອດຖິ້ມຢູ່ລ້າຕາມລຳດັບ 285 ແລະ 219

ວັນທີ 28 ກໍລະກົດຜ່ານມານີ້ ທາງສະມາຄົມການຂົນສົ່ງທາງອາກາດສາກົນ IATA ກ່າວເຕືອນວ່າ: ເຖິງປີ 2024 ການຄົມມະນາຄົມທາງອາກາດ ຈຶ່ງຈະກັບຄືມາເປັນປົກກະຕິໄດ້

loading...

0 Comments