
ຂົວແຫ່ງນີ້ແມ່ນເປັນສ່ວນໜຶ່ງຂອງການພັດທະນາເຂດ Greater Bay ໃນພາກໃຕ້ຂອງຈີນ. ມີເນື້ອທີ່ຫຼາຍກວ່າ 56,500 ຕາລາງກິໂລແມັດ, ເປັນເກາະທຽມ ແລະອຸໂມງໃຕ້ດິນຢູ່ກາງທະເລ, ມີໄລຍະທາງເກືອບ 7 ກິໂລແມັດໄດ້ໃຊ້ຈ່າຍໃນການກໍ່ສ້າງ 20,000 ລ້ານໂດລາສະຫະລັດ
ປະໂຫຍດຂອງຂົວແມ່ນຊ່ວຍເຮັດໃຫ້ເວລາການເດີນທາງສັ້ນລົງຈາກ 3 ຊົ່ວໂມງເຫຼືອພຽງ 30 ນາທີ ທີ່ໃຊ້ເວລາໃນການກໍ່ສ້າງຂົວນານເຖິງ 9 ປີ, ຂົວດັ່ງກ່າວໃຊ້ເຫລັກຫຼາຍເຖິງ 400,000 ໂຕນ ຫຼາຍກວ່າເຫຼັກທີ່ໃຊ້ໃນການກໍ່ສ້າງຂົວ ໂກເດັນ ເກດ(Golden Gate Bridge) ໃນ ຊານຟານຊິດສໂກ(San Francisco) ຂອງສະຫະລັດອາເມຣິກາ 4.5 ເທົ່າ ໃຊ້ເຕັກໂນໂລຢີປ້ອງກັນແຜ່ນດິນໄຫວຂະໜາດ 8 ແມກນິຈູດ ເຊິ່ງຈະຊ່ວຍປ້ອງກັນພະຍຸໄຕ້ຝຸ່ນ ແລະປ້ອງກັນບໍ່ໃຫ້ເກີດການປະທະກັນໂດຍກຳປັ່ນທີ່ໃຫຍ່. ຄາດວ່າຂົວແຫ່ງນີ້ ແລະສາມາດສ້າງເສດຖະກິດໃຫ້ຈີນມີມູນຄ່າ 10 ພັນຕື້ຢວນ

ຂໍ້ມູນ : http://realmetro.com
loading...
0 Comments