ສຸດສະຫຼົດ!! ກຳມະກອນຫວຽດນາມດັບຊີວິດດ້ວຍການເຜົາຕົວເອງ ພ້ອມຄລິບສັ່ງລາພໍ່ແມ່ກ່ອນຕາຍ


ຈາກເຫດການສະເທືອນຂວັນກ່ອນໜ້ານີ້ ເມື່ອວັນທີ 1 ສິງຫາ 2020 ເກີດເລື່ອງສຸດເສົ້າ ກໍາມະກອນກໍ່ສ້າງກໍ່ເຫດດັບຊີວິດຕົນເອງຢູ່ເຮືອນນາຍຈ້າງ ຫຼັງນ້ອຍເບີກເງິນບໍ່ໄດ້ຕາມປະສົງ ເຊິ່ງຜູ້ກ່ຽວໃຊ້ວິທີ່ທີ່ໂຫດຮ້າຍດ້ວຍການຈູດເຜົາຕົນເອງຄາເຮືອນທີ່ກໍາລັງກໍ່ສ້າງຢູ່ບ້ານຮ່ອງແກ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ


ຕາມການບອກເລົ່າຂອງຜູ້ຢູ່ໃກ້ຊິດເຜີຍວ່າວ່າ ຜູ້ເສຍຊີວິດແມ່ນເປັນຊ່າງຊາວຫວຽດນາມ ຫຼື ເອີ້ນວ່າກຳມະກອນ ທີ່ເຮັດວຽກກໍ່ສ້າງຢູ່ເຮືອນຫຼັງນີ້ ເຊິ່ງຜູ້ກ່ຽວໄດ້ທຽວຂໍເບີກເງິນນຳເຈົ້າຂອງເຮືອນຫຼາຍເທື່ອ ແຕ່ບໍ່ໄດ້ຕາມໃຈປະສົງ ແລະ ມັກເວົ້າຂູ່ເຈົ້າຂອງເຮືອນວ່າ ຖ້າບໍ່ໃຫ້ເບີກເງິນຈະຈູດເຜົາດັບຊີວິດຕົນເອງຢູ່ເຮືອນຫຼັງນີ້ໃຫ້ເປັນອາຖັນ ແຕ່ກໍ່ບໍ່ຄາດຄິດເລີຍວ່າເຫດການນີ້ຈະເີດຂຶ້ນແທ້. ແຕ່ທັງນີ້ທັງນັ້ນ ຄະດີນີ້ຍັງຢູ່ໃນຂັ້ນຕອນສືບສວນຂອງເຈົ້າໜ້າທີ່ຢູ່


ຫຼ້າສຸດ ວັນທີ 4 ສິງຫາ 2020 ໄດ້ມີຄລິບເຜີຍຄວາມໃນໃຈຂອງຜູ້ເສຍຊີວິດອອກມາເຜີຍແຜ່ຢູ່ສື່ສັງຄົມອອນລາຍ ເຊິ່ງຟັງເນື້ອໃນໃຈຄວາມແລ້ວສະເທືອນໃຈຫຼາຍ


ຂໍ້ມູນຂ່າວ: Lao Education and IT News

loading...

0 Comments