ຸສຸດຍອດໄອເດຍ!! ນັກຮຽນຄິດຄົ້ນເຄື່ອງຂຽນລາຍມືອັດຕະໂນມັດ ນຽນເໝືອນກັບຂຽນເອງ



ໃຜຂີ້ຄ້ານຂຽນລາຍງານສົ່ງອາຈານກັນແດ່ ລະວັງຈະບໍ່ໄດ້ຄະແນນ! ເຊື່ອວ່ານັກຮຽນຫຼາຍໆຄົນເປັນ ເພາະວ່າຫຼາຍໆວິຊາມັກຈະໃຫ້ຂຽນລາຍງານດ້ວຍລາຍມືຂອງຕົນເອງ ເພື່ອປ້ອງກັນການກັອບຈາກອິນເຕີເນັດ ຍິ່ງຖ້າໃຜຕ້ອງຂຽນລາຍງານເປັນຫຼາຍສິບໜ້າ ມັນກໍ່ຕ້ອງໃຊ້ເວລາດົນກວ່າສິໄດ້ ຈົນມືແຂງໄປໝົດພຸ້ນລະ

ນັກຮຽນຄິດຄົ້ນໄອເດຍໃໝ່!! ເຄື່ອງຂຽນລາຍມືອັດຕະໂນມັດ
ນຽນເໝືອນກັບຂຽນເອງ



ເຊັ່ນດຽວກັນກັບເລື່ອງລາວຂອງ ນັກສຶກສາຢີ່ປຸ່ນຄົນນີ້ ຜູ້ໃຊ້ທະວິດເຕີຊື່ວ່າ: “Tamu (@tamu_misw)” ເຂົາເກີດໄອເດຍໃນການສ້າງສິ່ງປະດິດທີ່ສຸດຍອດ ຈາກຈຸດເລີ່ມຕົ້ນທີ່ຖືກອາຈານສັ່ງໃຫ້ຂຽນລາຍງານໄປສົ່ງ ເຊິ່ງສິ່ງປະດິດທີ່ວ່ານີ້ ກໍ່ຄື: ເຄື່ອງຂຽນລາຍມືອັດຕະໂນມັດ ເປັນເຄື່ອງຂຽນລາຍມື ແທ້ໆ ທີ່ຈະຊ່ວຍໃຫ້ເຮົາບໍ່ຕ້ອງເມື່ອຍມືອີກຕໍ່ໄປ


ເຖິງແມ່ນວ່າໜ້າຕາສິ່ງປະດິດເຄື່ອງນີ້ ຈະມີລັກສະນະຄ້າຍຄືກັບເຄື່ອງປຣິ້ນເຕີ ແຕ່ຕ່າງກັນບ່ອນວ່າເຄື່ອງຂຽນລາຍມືນີ້ ໃຊ້ປາກກາຂຽນ ມັນສາມາດເລື່ອນໄປມາຊ້າຍ-ຂວາ ແລະ ຂຶ້ນ-ລົງ. ນອກຈາກນີ້, ເຂົາຍັງສາມາດສ້າງຮູບແບບຕົວໜັງສືພິເສດ(Font) ຫລືຟອນທ໌ລາຍມືຂອງເຂົາເອງ ໂດຍໄດ້ຂຽນຕົວອັກສອນທັງໝົດດ້ວຍເມົ້າສ໌ປາກກາ ເພື່ອໃຫ້ເຄື່ອງຂຽນລາຍມື ຂຽນອອກມາໄດ້ເໝືອນລາຍມືຂອງເຂົາຈິງໆ




ເມື່ອນຳມາທຽບກັບລາຍມືທີ່ຂຽນຈິງແລ້ວ ມັນຊ່າງຄ້າຍຄືກັນແທ້ໆຈົນແຍກບໍ່ອອກ ນຽນສຸດໆເລີຍ...


ນອກຈາກນີ້ ເຂົາຍັງລອງປ່ຽນຈາກການຂຽນຕົວໜັງສື ມາເປັນການແຕ້ມຮູບ ຊຶ່ງກໍ່ອອກມາໄດ້ເໝືອນແຕ້ມຮູບເອງແທ້ໆ ນ່າສົນໄຈບໍ່ນ້ອຍ


ຂໍ້ມູນແລະພາບປະກອບຈາກ Nippon.com


0 Comments