
ອີງຕາມຂ່າວຕ່າງປະເທດໃຫ້ຮູ້ວ່າ, ວັນທີ 5 ສິງຫາຜ່ານມານີ້ ລັດຖະບານເລບານອນໄດ້ປະກາດພາວະສຸກເສີນໃນນະຄອນເບຣຸດ ເປັນເວລາ 2 ອາທິດ. ພາຍຫຼັງທີ່ມີການລະເບີດຄັ້ງໃຫຍ່ໃນວັນທີ 4 ສິງຫາ. ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະບາດເຈັບເປັນຈຳນວນຫຼວງຫຼາຍ

ພ້ອມດຽວກັນ, ລັດຖະບານຍັງໄດ້ກັກຕົວບັນດາເຈົ້າໜ້າທີ່ ທີ່ເຮັດວຽກຢູ່ໃນທ່າເຮືອ ເບຣຸດ ໄວ້ເພື່ອສຶບສວນ-ສອບສວນໃນການລະເບີດຄັ້ງໃຫນ່ເທື່ອນີ້, ເປັນຫຍັງຈຶ່ງປະໃຫ້ທາດ Amoni Nitrat ຈຳນວນຫຼວງຫຼາຍບັນຈຸໄວ້ໃນສາງດັ່ງກ່າວເປັນເວລາຫຼາຍປີ

ໜັງສືພິມ Guardian ໄດ້ໃຫ້ຮູ້ວ່າ: ລັດຖະບານເລບານອນ ໄດ້ອະນຸມັດລົບປະມານ 100 ຕື້ ເພື່ອຟື້ນຟູຄວາມເສຍຫາຍຈາກການລະເບີດໃນຄັ້ງນີ້

ພາບຄວາມເສຍຫາຍບາງສ່ວນ



loading...
0 Comments