ລະຫວ່າງວັນທີ 27 ຫາ 29 ກໍລະກົດ 2020 ນີ້ ຫ້ອງການພາຍໃນເມືອງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍການເປັນປະທານຂອງ ທ່ານ ຄຳຜາຍ ແກ້ວບົວ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ເຂົ້າຮ່ວມມີ ທ່ານ ສົມບູນ ຄຳພູແສງ ຮອງຫົວໝ້າກົມຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ, ມີຫົວໝ້າພະແນກ, ຕາງໝ້າ ອພສ ແຂວງ, ຫົວໝ້າສາສະໜາ, ຫົວໜ້າຫ້ອງການພາຍໃນເມືອງ 06 ເມືອງ ເຂົ້າຮ່ວມ.
ກອງປະຊຸມເຜີຍແຜ່ຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ດຳລັດກ່ຽວກັບການຄຸ້ມຄອງ ແລະ ປ້ອງກັນການເຄື່ອນໄຫວ ສາສະໜາຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 315/ລບ ແລະ ເອກະສານສົນທິສັນຍາ ທີ່ຕິດພັນກັບພັນທະຂອງ ສ ປ ປ ລາວ ກ່ຽວກັບສິດທິມະນຸດ.
ທ່ານ ຄຳຜາຍ ແກ້ວບົວ ຮອງເລຂາພັກເມືອງ ປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມວ່າ: ລັດຖະບານໄດ້ອອກນິຕິກຳກ່ຽວກັບການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ເພື່ອເປັນບ່ອນອີງ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດ-ການເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ກໍາໄດ້ແນວທາງຂອງພັກ-ລັດ. ພ້ອມນີ້, ທ່ານ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ພ້ອມທັງປະກອບຄຳຄິດຄຳເຫັນບັນຫາຕ່າງໆ ດ້ວຍຄວາມຮັບຜິດຊອບສູງ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ສົມບຸນ ຄຳພູແສງ ຮອງຫົວໝ້າກົມຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ ໄດ້ມີຄຳເຫັນເນັ້ນຕື່ມ ໃຫ້ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນນຳເອົາດຳລັດເລກທີ 315/ລບ, ເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບການ.
0 Comments