ເປັນຕາຢ້ານ!! ໄສຍະກຳດັງຈົນທະລຸເສຍໂສມ

 

ເລື່ອງລາວທີ່ແອັດມິນກໍາລັງຈະສະເໜີນີ້ ຂໍໃຫ້ຖືເປັນອຸທາຫອນ ເລື່ອງລາວເຕືອນໃຈ ໃຜທີ່ສົນໃຈ ຫຼື ກໍາລັງຄິດທີ່ຈະສັນຍະກໍາເສີມຄວາມງາມກັບສູນຄວາມງາມ ຫຼື ຄລີນິກຕ່າງໆ ໃຫ້ມີສະຕິລະວັງຕົວ ກວດສອບຄວາມໜ້າເຊື່ອຖືຂອງຄລີນິກນັ້ນໆໃຫ້ດີກ່ອນຕັດສິນໃຈ ບໍ່ດັ່ງນັ້ນ ທ່ານອາດຖືກຕວະ ແລະ ຕົກເປັນເຫຍື່ອດັ່ງກໍລະນີສອງສາວຫວັງເສີມດັງກັບຄລີນິກດັງແຕ່ສຸດທ້າຍກາຍເປັນໝໍດູມາຜ່າຕັດໃຫ້ ສຸດທ້າຍຕິດເຊື້ອ ຄລີນິກປະຕິເສດຮັບຜິດຊອບຄວາມເສຍຫາຍທີ່ເກີດຂຶ້ນ
ເຫດການທີ່ກ່າວມາຂ້າງເທິງນັ້ນປມ່ນເກີດຂຶ້ນຢູ່ປະເທດໄທ ເມື່ອສາວໄທສອງຄົນ ນາງສາວ ຈິດາພາ ຈະຣູນຣັດ ອາຍຸ 23ປີ ແລະ ນາງສາວ ສຸທິດາ ຈິດສະຫວັດ ອາຍຸ 23ປີ ເຊິ່ງເປັນຜູ້ເສຍຫາຍ ໄດ້ເດີນທາງເຂົ້າປຶກສາພ້ອມຂໍຄວາມຊ່ວຍເຫຼືອຈາກທະນາຍຄວາມຊື່ດັງ ຫຼັງໄປເຮັດສັນຍະກໍາຢູ່ຄລີນິກແຫ່ງໜຶ່ງ ເຂດຣາມອິນທາ ກຸງເທບມະຫານະຄອນເມື່ອເດືອນມິຖຸນາທີ່ຜ່ານມາ ແຕ່ຄລີນິກກັບໃຫ້ພະນັກງານເປັນຜູ້ຜ່າຕັດໃຫ້ແທນທ່ານໝໍ ໂດຍບໍມີທ່ານໝໍທີ່ມີຄວາມຊໍານານດ້ານນີ້ຄອຍກໍາກັບດູແລ ເຮັດໃຫ້ເກີດຄວາມເສຍຫາຍເມື່ອຄົນທີ່ຜ່າຕັດແທນ ຫຼົງໄປຕັດຊິ້ນເນື່ອທີ່ປາຍດັງ ຈົນເປັນສາເຫດໃຫ້ດັງເນົ່າ ແລະ ເສຍຮູບ
ທັງນີ້ໜຶ່ງໃນສາວຜູ້ເສຍຫາຍເຜີຍວ່າ: ຕົນໄດ້ຕັດສິນໃຈເຂົ້າໄປສັນຍະກໍາ ເສີມດັງທີ່35.000 ບາດ ຫຼັງຜ່າຕັດຜ່ານມາພຽງ 2​ເດືອນ ກໍ່ພົບວ່າດັງຂອງຕົນບ້ຽວ ເສຍຮູບ ແລະ ບໍລິເວນປາຍດັງຄືກັບຈະອັກເສບ ແລະ ທະລຸ ຕົນຈຶ່ງໄດ້ກັບໄປທີ່ຄລີນິກດັ່ງກ່າວເພື່ອຈະໃຫ້ແກ້ໄຂໃໝ່ ແຕ່ທາງຄລີນິກປະຕິເສດຄວາມຮັບຜິດຊອບ ໂດຍເອີ້ນເງິນເພີ່ມເພື່ອແກ້ໄຂເຖິງ 8 ໝື່ນບາດ
ແນວໃດກໍ່ຕາມ ສາວທັງສອງຄົນມາຮູ້ພາຍຫຼັງວ່າຄົນທີ່ລົງມືຜ່າຕັດດັງຂອງຕົນເອງບໍ່ແມ່ນທ່ານໝໍ ແຕ່ເປັນພຽງຄົນດູໂຫງເຮັ້ງໃບໜ້າ ຫຼື ໝໍດູໝໍເດົາປັບລັກສະນາໃບໜ້າໃຫ້ເຂົ້າກັບຍລາສີເພື່ອໄດ້ໂຊກລາບ ເທົ່ານັ້ນ. ດັ່ງນັ້ນ ຈຶ່ງຕັດສິນໃຈແຈ້ງຄວາມເພື່ອດໍາເນີນຄະດີ ແລະ ເຂົ້າພົບທະນາຍຊື່ດັງເພື່ອດໍາເນີນການຮ້ອງຟ້ອງຕໍ່ໄປ
ທັງນີ້ ເລື່ອງລາວດັ່ງກ່າວ ຖືເປັນອຸທາຫອນໃຫ້ຫຼາຍໆຄົນຜູ້ສົນໃຈໃນການເສີມຄວາມງາມ ຕ້ອງສຶກສາໃຫ້ລະອຽດ ເພື່ອປ້ອງກັນບໍ່ໃຫ້ຕົກຢູ່ໃນກໍລະນີດຽວກັບສອງສາວນີ້ ບໍ່ດັ່ງນັ້ນ ທ່ານອາດເສຍໂສມ ແຖມເສຍເງິນຟຣີນໍາອີກ


loading...

0 Comments