
ທຳມະດາໄປໂລກຄົງບໍ່ຈົດຈຳ...ຕອນນີ້, ໄວລຸ້ນເກົາຫຼີມັກຖ່າຍຮູບແປກໆ. ລ້າສຸດ, ໄດ້ຮັບຄວາມນິຍົມຫຼາຍໃນເວລານີ້ ກໍ່ຄືການຖ່າຍຮູບຕົວເບົາທີ່ລອຍຢູ່ເທິງອາກາດ ຫັ້ນແນ່! ສົງໄສບໍວ່າເຂົາສາມາດຖ່າຍກັນແບບໃດໃຫ້ລອຍກາງອາກາດແບບນັ້ນ? ມື້ນີ້ແອັດມິນມີວິທີບອກແນ່ນອນ. ແຕ່ຕ້ອງໄດ້ໃຊ້ຄວາມພະຍາຍາມຫຼາຍໜ້ອຍໜຶ່ງ ສະນັ້ນ, ກ່ອນອື່ນໝົດເຮົາມາເບິ່ງຕົວຢ່າງຂອງຮູບທີ່ຖ່າຍໃນກາງອາກາດຂອງໄວລຸ້ນເກົາຫຼີກັນກ່ອນ
ມິຕິໃໝ່! ເທຣນການຖ່າຍຮູບຕົວເບົາລອຍໃນອາກາດ
ເປີດມິຕິໃໝ່ຂອງການຖ່າຍຮູບສະໄຕລ໌ເກົາຫຼີ. ວັນລຸ້ນລາວຫລາຍຄົນນັ້ນ ຄົງຢາກຈະຮູ້ແລ້ວວ່າເຂົາຖ່າຍກັນແນວໃດ?. ຈະໄດ້ໄປທົດລອງຖ່າຍ ແລ້ວອັບໂຫລດຮູບຕ່າງໆລົງເຟຊ໌, ໄອຈີ ສຳລັບວິທີການຖ່າຍຮູບ ກໍ່ຄື
1. ເປີດກ້ອງຖ່າຍຮູບໃນໂຫມດຖ່າຍຕໍ່ເນື່ອງ
2. ກະໂດດໂດຍທີ່ມືນັ້ນຫ້າມຍົກຂື້ນ ເຮັດຫນ້ານິ່ງໆໄວ້
ພຽງເທົ່ານີ້ ກໍ່ຈະໄດ້ພາບຕົວເບົາ ລ່ອງລອຍຢູ່ເທິງອາກາດແລ້ວ ລອງນຳໄປປະຕິບັດກັນເບີ່ງເດີ
ຮູບພາບມາຈາກ: @ ulzzang_media
loading...
0 Comments