ໄຂ່ໄດໂນເສົາ "ນ້ອຍທີ່ສຸດໃນໂລກ" ທີ່ໄດ້ຜ່ານການຮັບຮອງແລ້ວ!!

 

ໄຂ່ໄດໂນເສົາຟອດຊິວທີ່ພົບໃນ ທຳບະ ຮິວໂງະ ໄດ້ຮັບການຍອມຮັບວ່ານ້ອຍທີ່ສຸດໃນໂລກ ໂດຍ ກິນເນັດສ ເວີດເລັກຄອຣ໌ດ(Guinness World Records).

ຊາກສັດໄຂ່ໄດໂນເສົານີ້ "ຮິເມອຸຣິສຊຸ ມູລາກະມິ" ມີຄວາມຍາວ 4,5 ຊມ, ຄວາມກວ້າງ 2 ຊມ ແລະ ມີນໍ້າໜັກພຽງແຕ່ 10 ກຼາມ.

ມັນໄດ້ຂຸດຂື້ນມາຈາກຊັ້ນພື້ນດິນໃນລະຫວ່າງເດືອນມັງກອນ ຫາ ເດືອນມີນາປີ 2020 ໂດຍກຸ່ມຄົ້ນຄວ້າສາກົນ International Research Group ຄາດວ່າມີອາຍຸປະມານ 110 ລ້ານປີ ແລະ ມັນຖືກຍອມຮັບວ່າເປັນໄຂ່ຊາກສັດໄດໂນເສົາທີ່ນ້ອຍທີ່ສຸດໃນໂລກໂດຍ Guinness World Records.


loading...

0 Comments