ພຽງບອກໃສ່ຜ້າປິດປາກ-ດັງ ກໍ່ຍັງຖືກຍິງຕາຍຄາທີ່!! ໃນສະຫະລັດ


ສຳນັກຂ່າວ ວໍຊິງຕັນ ໂພສ ໃຫ້ຮູ້ວ່າ: ເມື່ອວັນທີ 3 ຫິງຫາ ຜ່ານມານີ້ວ່າ: ພະນັກງານໃນຮ້ານຂາຍຢາສູບ ຊີກາ ຄົນໜຶ່ງ ຢູ່ທີ່ເມືອງ Bethlehem Township ລັດ Pennsylvania ສະຫະລັດ ໄດ້ແນະນຳໃຫ້ ທ້າວ ອາດຳ ຊາໂບໂລວສະກິ(Adam Zaboraowski) ໃສ່ຜ້າອັດປາກ-ດັງ ແຕ່ເຂົາໄດ້ປະຕິເສດດ້ວຍຄວາມຮຸນແຮງ ແລະຖືວ່າແຕະຕ້ອງສິດທິເສລີພາບຂອງເຂົາ

ຈາກນັ້ນ ອາດຳ ຊາໂບໂລວສະກິ ລາວໄດ້ຈັບເອົາຢາສູບ 2 ກອກ ແລ້ວຢ່າງອອກຈາກຮ້ານໄປ ແລ້ວເຂົາກໍ່ໄດ້ຖອດປືນສັ້ນທີ່ຄັດຢູ່ແອວອອກມາ ຍິງໃສ່ພະນັກງານໃນຮ້ານຄົນດັ່ງກ່າວນັ້ນດັບຄາທີ່

ວັນຕໍ່ມາ ທາງເຈົ້າໜ້າທີ່ຕຳຫຼວດໄດ້ປິດລ້ອມເຮືອນຂອງ ອາດຳ ຊາໂບໂລວສະກິ ແຕ່ເຂົາກໍ່ໄດ້ໃຊ້ປືນ AK-47 ຍິງສ່ວນກັບເຈົ້າໜ້າທີ່ຕຳຫຼວດ ໃນທີ່ສຸດເຂົາກໍ່ຖືກສັງຫານດ້ວຍມືແມ້ນປືນຂອງເຈົ້າໜ້າທີ່ີຕຳຫຼວດ

ນີ້ແມ່ນເຫດການທີ່ເກີດໃໝ່ ທີພົວພັນເຖິງການໃສ່ຜ້າອັດປາກ-ດັງ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນສະຫະລັດອາເມຣິກາ

loading...

0 Comments