ແຟນໂປເກມ໋ອນຫ້າມພາດ!! CASETiFY ອອກເຄສ໌ລຸ້ນໃໝ່ສະໄຕລ໌ຍຸກ 90's



ເອົາໄຈແຟນໆ ໂປເກມ໋ອນກັນກັນແບບຈັດເຕັມອີກຄັ້ງກັບ  "CASETiFY"(ເຄສທີຟາຍ) ແບຣນເຄສມືຖືສຸດຮ໋ອດ ທີ່ລ່າສຸດເປີດຕົວເຄສ iphone ລຸ້ນໃໝ່ດ້ວຍການນຳ "Pokémon(ໂປເກມ໋ອນ)" ໃນຕຳນານມາຕັດແປະເປັນພາບສະຕິກເກີ້ສຸດໜ້າຮັກສຳ ລັບແຟນໆກາຕູນທັງຫຼາຍ ເພື່ອກຽມໂຕຟິນໃຫ້ຫາຍຄິດຮອດ ແລະ ເສຍເງິນພ້ອມກັນໃນວັນທີ 12 ສິງຫາ 2020 ນິ້

CASETiFY ແລະ Pokémon ໄດ້ເຮັດວຽກຮ່ວມກັນຫລາຍຄັ້ງນັບຕັ້ງແຕ່ໄອໂຟນລຸ້ນທຳອິດ ຖືກປ່ອຍອອກມາເມື່ອປີກາຍ, ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກແຟນໆ. ຈົນຂາຍໝົດພາຍໃນ 72 ຊົ່ວໂມງ ແລະ ຄາດວ່າການເປີດຕົວຄໍເລັກຊັ່ນລຸ້ນໃໝ່ "Sticker Swirl" ເທື່ອນີ້ຈະໄດ້ຮັບການຕອບຮັບທີ່ດີອີກຄັ້ງຢ່າງແນ່ນອນ


ການອອກແບບເຄສລຸ້ນໃໝ່ນີ້ມາໃນທີມຍຸກປີ 1990 ທີ່ໄດ້ຮັບແຮງບັນດານໃຈຈາກເກມບອຍ "Pokemon Red and Green" ເຊິ່ງໄດ້ນຳເອົາບັນດາໂປເກມ້ອນທັງຫຼາຍມາຕົກແຕ່ງເປັນສະຕິກເກີ້ສຸດໜ້າຮັກ ໂດຍລາຍດັ່ງກ່າວຈະປາກົດຢູ່ຝາເຄສ iPhone ແລະ Apple Watch ທີ່ມີພື້ນຫລັງເປັນສີລາຍຜ້າທີ່ສະທ້ອນໃຫ້ເຫັນບັນຍາກາດເກົ່າໆ ທີ່ເຕັມໄປດ້ວຍຄວາມຊົງຈຳ ກ່ຽວກັບໂປເກມ໋ອນ(Pokemon) ໃນດວງໃຈ


ສຳລັບໃຜທີ່ເປັນແຟນຄຣັບພັນແທ້ຂອງກາຕູນ Pokemon , ບອກເລີຍຢ່າພາດເດັດຂາດ!! ໂດຍສະເພາະເດັກຍຸກ 90's ທີ່ເຕີບໃຫຍ່ມາກັບເອນິເມະສຸດໂດ່ງດັງເລື່ອງນີ້ ແລະຢ່າລືມທີ່ຈະກະກຽມຊື້ເຄສຄໍເລັກຊັ່ນໃໝ່ກັນທີ່ຮ້ານອອນລາຍ(online) ຢ່າງເປັນທາງການຂອງ CASETiFY ພ້ອມໆກັນໃນວັນທີ 12 ສິງຫາ 2020. ໃຜຊ້າອົດໝົດເດີ...!

ຂໍ້ມູນເພີ່ມເຕີມ

  • CASETiFY x Pokémon “Sticker Swirl” 
  • ວັນທີວາງຂາຍ 12/08/2020 
  • ລາຄາເລີ່ມຕົ້ນ $45 (ບໍ່ລວມພາສີ) ຫລືປະມານ 408,150 ກີບ 
  • ສັ່ງຊື້ໄດ້ທີ່ https://www.casetify.com

loading...

0 Comments