ໃນວັນທີ 1 ສິງຫາຜ່ານມານີ້ ກະຊວງສາທາລະນະສຸກ ກຳປູເຈຍ ແຈ້ງໃຫ້ຮູ້ວ່າ: ກຳປູເຈຍພົບເຫັນພະຍາດ ຊິຄຸນກຸນຍາ (Chikungunya) ຊຶ່ງເປັນພະຍາດທີ່ແປກປະຫຼາດ ກຳລັງລະບາດຢູ່ໃນກຳປູເຈຍໃນຂະນະນີ້. ສະເພາະແຕ່ໃນເດືອນກໍລະກົດທີ່ຜ່ານມາເທົ່ານັ້ນ ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ 1.020 ຄົນ. ໃນນັ້ນ 80% ຂອງຜູ້ຕິດເຊື້ອສ່ວນຫຼາຍແມ່ນຢູ່ໃນບັນດາແຂວງ Seim Reap, Banteay Meanchey, Preah Vihear ແລະ Khampong Cham. ລັດຖະມົນຕີກະຊວງສາທາລະນະສຸກກຳປູເຈຍ ທ່ານ Mam Bunheng ໃຫ້ຮູ້ວ່າ: ວິທີທີ່ດີທີ່ສຸດເພື່ອສະກັດກັ້ນພະຍາດດັ່ງກ່າວກໍ່ຄື ຢ່າໃຫ້ຍຸງລາຍກັດ ຮັກສາຄວາມສະອາດ ສະຖານທີ່ເຮືອນຊານບ້ານຊ່ອງ.

ອົງການອະນາໄມໂລກ ໃຫ້ຮູ້ວ່າ: ພະຍາດ ຊິຄຸນກຸນຍາ(Chikungunya) ແຜ່ເຊື້ອໃສ່ຄົນໂດຍຜ່ານຍຸງລາຍທີ່ຕິດເຊື້ອດັ່ງກ່າວກ່ອນແລ້ວ, ແລ້ວມາກັດຄົນ, ອາການສະແດງອອກຂອງພະຍາດດັ່ງກ່າວກໍ່ຄື: ມີໄຂ້, ປວດຂໍ່ຮຸນແຮງ, ປວດກ້າມຊີ້ນ, ເຈັບຫົວ, ປວດຮາກ, ເມື່ອຍລ້າ. ປະຈຸບັນບໍ່ທັນມີວິທີການໃດປິ່ນປົວພະຍາດດັ່ງກ່າວໄດ້ ມີພຽງແຕ່ເຮັດໃຫ້ອາການສະແດງອອກຂອງມັນຫຼຸດຜ່ອນລົງເທົ່ານັ້ນ.
ຂໍ້ມູນ: ຂ່າວລາວພັດທະນາ
loading...
0 Comments