ສິ່ງທີ່ຕ້ອງລະມັດລະວັງ - ການອັບເດດ Windows ມີຄວາມສຳຄັນຕໍ່ລະບົບປະຕິບັດການກ່ອນອື່ນຕ້ອງກວດສອບໃຫ້ແນ່ໄຈວ່າຄອມຂອງເຮົາຕ້ອງມີໂປຣແກຣມຕ້ານໄວຣັສ ກ່ອນທີ່ຈະປິດການອັບເດດ Windows ເພາະວ່າຫຼັງຈາກທີ່ເຮົາປິດການອັບເດດແລ້ວ “Windows Defender” ກໍ່ຈະບໍ່ໄດ້ອັບເດດສຳລັບໄວຣັດສ໌ ຫລື ໄພຄຸກຄາມໃໝ່ໄດ້.
ວິທີການປິດການອັບເດດ Windows
1. ເປີດ Run command (ກົດປຸ່ມ Win + R) ພິມຄຳວ່າ “services.msc”
2. ເລື່ອນເລືອກ Windows Update service ຈາກລາຍການທັງໝົດ
3. ຄລິກແທັບ “General” ແລ້ວປ່ຽນ “Startup Type” ເປັນ “Disabled”
4. ແລ້ວຣີສະຕາດຄອມໃໝ່ 1 ຄັ້ງ
0 Comments