
ບໍລິສັດ IKEA ເຊິ່ງເປັນເຄື່ອງໝາຍການຄ້າການຕົກແຕ່ງ ແລະ ເຄື່ອງເຟີນີເຈີຂັວນໄຈຂອງຄົນທົ່ວໂລກ ເປີດຕົຄໍເລັກຊັ່ນເສື້ອຜ້າແລະ ຜະລິດຕະພັນຕ່າງໆ ເປັນຄັ້ງທຳອິດທີ່ສາຂາ ຮາຣາຈຸກຸ(Harajuku) ຂອງປະເທດຍີ່ປຸ່ນ ໂດຍການນຳເອົາລາຍໂລໂກ້ທີ່ທັນສະໄໝທີ່ສຸດຂອງບໍລິສັດ "EFTERTRADA" ແລະ ບາຣ໌ໂຄດເພື່ອມາເຮັດເສື້ອຍືດ, ເສື້ອກັນໜາວ, ຄັນຮົ່ມ, ຂວດສະແຕນເລດ ແລະອື່ນໆທີ່ບໍ່ຄວນພາດ

ເຊິ່ງໄດ້ຮັບແຮງດົນໃຈໃນການອອກແບບມາຈາກວັດທະນະທຳໄວລຸ້ນຂອງເມືອງໂຕກຽວ ທີ່ໃຊ້ສີຂາວເປັນຄຳຫລັກ ເພື່ອສະທ້ອນໃຫ້ເຫັນຄວາມລຽບງ່າຍໃນຄໍເລັກຊັ່ນນີ້. ເຊິ່ງປະກອບດ້ວຍເສື້ອຍືດ, ເສື້ອກັນໜາວ, ໝວກ, ແລະເຄື່ອງໃຊ້ໄອເທັມໄລ້ສະຕາຍ ເຊັ່ນ: ຜ້າເຊັດໜ້າ, ຄັນຮົ່ມພັບ, ກະປ໋ອງສະແຕນເລດ ແລະຖົງຜ້າຮັກໂລກຮ້ອນ. ເຊິ່ງຈຸດເດັ່ນແມ່ນການໃຊ້ບາຣ໌ໂຄດ BILLY ແລະລາຍໂລໂກ້ຍີ່ຫໍ້ IKEA ທີ່ທຸກຄົນຄຸ້ນເຄີຍພິມໃສ່ເສື້ອທີ່ເຮັດຈາກຜ້າຝ້າຍ 100%, ຖືກຄັດເລືອກມາເປັນພິເສດ ຈຶ່ງສຶກອ່ອນນຸ່ມ ແລະ ສວມໃສ່ສະບາຍຍິ່ງຂຶ້ນ.

ນອກຈາກນີ້, ຜະລິດຕະພັນສ່ວນໃຫຍ່ໃນຄໍເລັກຊັ່ນ ຍັງແມ່ນຜະລິດຈາກວັດຖຸດິບທີ່ໃຊ້ແລ້ວເຊັ່ນ: ຜ້າເຊັດໂຕ ແລະ ຄັນຮົ່ມທີ່ເຮັດຈາກຜ້າໂພລີເມີທີ່ຜະລິດຈາກຂວດນໍ້າ ປລາສຕິກ ແລະ ເສັ້ນໃຍສັງເຄາະເພື່ອຕອບສະໜອງ ຄວາມຕ້ອງການຂອງການສ້າງຄວາມຢັ່ງຍືນໃຫ້ແກ່ໂລກ ແລະ ຖືວ່າເປັນເທຣນທີ່ອຸດສາຫະກຳແຟຊັ່ນກຳລັງເຂົ້າຮ່ວມການໂຄສະນາໃນຄັ້ງນີ້ເຊັ່ນກັນ

ສຳລັບໃຜທີ່ສົນໄຈຢາກເປັນເຈົ້າຂອງໄອເທັມໃນຄໍເລັກຊັ່ນນີ້ ກໍ່ສາມາດສັ່ງຈອງລ່ວງໜ້າໄດ້ທີ່ຊັອບ IKEA ສາຂາ ຮາຣາຈຸກຸ ແລະສັ່ງຊື້ໄດ້ທາງຊັອບອອນລາຍທຸກສາຂາ. ນອກຈາກນີ້ ຍັງມີໜັງສື Look Book ໃນຄໍເລັກຊັ່ນທີ່ນຳສະເໜີພາບແຟຊັ່ນຂອງໄວລຸ້ນໜຸ່ມສາວຍຸກໄຫມ່ ທີ່ນິຍົມແຈກເປັນທີ່ລະນຶກກັນອີກດ້ວຍ...
loading...
0 Comments