iPHONE 12 ອາດຈະເລື່ອນການເປີດຕົວເຖິງເດືອນພະຈິກ ເນື່ອງຈາກການແຜ່ລະບາດຂອງ COVID-19

 


ການລະບາດຂອງເຊື້ອໄວຣັສ covid-19 ນັ້ນ ກໍ່ໃຫ້ເກີດຄວາມເສຍຫາຍໃນວົງກວ້າງໃນທຸກໆອຸດສາຫະກຳທົ່ວໂລກ ບໍ່ແມ່ນແຕ່ Apple ທີ່ໄດ້ຮັບຜົນກະທົບຈົນຕ້ອງເລື່ອນການເປີດໂຕ iPhone 12 ລຸ້ນໃໝ່ຫຼ້າສຸດຂອງປີນີ້ໄປ...


ອີງຕາມການລາຍງານຂອງ Nikkei Asian Review ໄດ້ລະບຸວ່າ ມີຂໍ້ມູນຈາກແຫຼ່ງຂ່າວພາຍໃນເປີດເຜີຍວ່າ Apple ກຳລັງພິຈາລະນາເລື່ອນເວລາເປີດຕົວ iPhone 12 ຈາກເດີມທີ່ຈະເປີດໃນຊ່ວງເດືອນກັນຍາໃນແຕ່ລະປີ. ໂດຍດຽວນີ້, ຍັງສະຫຼຸບບໍ່ໄດ້ວ່າ Apple ຈະປ່ອຍຕາມຕາຕະລາງທີ່ໄດ້ກຳນົດ ຫຼື ຈະເລື່ອນວັນເວລາອອກໄປອີກ 1-2 ເດືອນຂ້າງໜ້າ. ແນວໂນ້ມທີ່ຈະມີເລື່ອນແມ່ນມີຫຼາຍ ກ່ອນທີ່ຈະຟື້ນຕົວໄດ້ກໍ່ຈະຂ້ອນຂ້າງດົນພໍສົມຄວນ


ຄາດກັນວ່າ iPhone 12 ນັ້ນຈະເປັນລຸ້ນທຳອິດຂອງບໍລິສັດທີ່ການສະໜັບສະໜູນເຄືອຂ່າຍ 5G ແລະ ຖ້າຕ້ອງເລື່ອນການເປີດຕົວການຕໍ່ສູ້ໃນຕະຫຼາດ 5G ຂອງ Apple ກໍ່ຈະຊ້າລົງເຊັ່ນກັນ ແລະອາດຈະເປັນໄປໄດ້ວ່າພວກເຮົາຈະໄດ້ເຫັນ iPhone 5G ທີ່ເປີດຕົວໃນທ້າຍປີ 2021. ອີງຕາມຂໍ້ມູນຈາກ Nikkei ລະບຸວ່າ Apple ຈະຕັດສິນໃຈກ່ຽວກັບການເປີດຕົວຄັ້ງນີ້ໃນເດືອນພະຈິກ ຕ້ອງມາລອງຖ້າເບິ່ງນຳກັນ
ທີ່ມາ :  iclarified

loading...

0 Comments