ສາມຫລ່ຽມ ເມີບິວດ້າ(Merbuda) ເລົ່າຂານກັນວ່າເປັນທີ່ຢູ່ "ມະນຸດຕ່າງດາວ"



ເຂດສາມຫລ່ຽມ ເມີບິວດ້າ(Merbuda) ເປັນເຂດທີ່ອັນຕະລາຍທີ່ບໍ່ວ່າໃຜຕ່າງກໍ່ເລົ່າຂານກັນວ່າ "ເປັນເຂດທີ່ຕ້ອງຫ້າມ" ເປັນຫຍັງຍົນ ແລະ ເຮືອທີ່ຜ່ານເຂດນັ້ນຈຶ່ງຫາຍສາບສູນໂດຍບໍ່ຮູ້ສາເຫດ ແລະຍັງເປັນທີ່ກ່າວກັນວ່າເປັນບ່ອນຢູ່ອາໄສຂອງມະນຸດຕ່າງດ້າວອີກດ້ວຍ. ເຂດດັ່ງກ່າວຖືກເອີ້ນຢ່າງເປັນທາງການວ່າມະຫາສະໝຸດ ອັດລັງຕິກທາງທິດຕາເວັນຕົກ. ເລື່ອງລາວເລີ່ມຕົ້ນຈາກຄົນສ່ວນໃຫຍ່ບອກວ່າມະນຸດຕ່າງດ້າວ ຈະຈັບຄົນທີ່ຜ່ານພື້ນທີ່ນັ້ນໄປທົດສອບ ແລະເກັບກຳຂໍ້ມູນຂອງຮ່າງກາຍ. ລວມທັງເຕັກໂນໂລຢີຂອງພວກເຮົາອີກດ້ວຍ



ແຕ່ຄຳເວົ້ານີ້ເບິ່ງຄືວ່າບໍ່ມີນໍ້າໜັກເທົ່າໃດ ເພາະວ່າມະນຸດຕ່າງດ້າວທີ່ຢູ່ໃນຄວາມຄິດຂອງຄົນເຮົານັ້ນ ຈະມີຄວາມຮູ້ໃນເລື່ອງການພັດທະນາເຕັກໂນໂລຢີທີ່ນຳໜ້າໄປຫຼາຍກວ່າພວກເຮົາ ແລະມັນບໍ່ໜ້າຈະເອົາວັດຖຸຂອງເຮົາໄປເພື່ອຫຼຸດຜ່ອນປະສິດທິຜົນຂອງຕົວເອງ. ລວມທັງຮ່າງກາຍຂອງຄົນທີ່ອາໄສຢູ່ຄົນລະດາວ ບໍ່ຮູ້ວ່າຈະເອົາຂໍ້ມູນຮ່າງກາຍຂອງມະນຸດໂລກໄປເພື່ອຫຍັງ. ເມື່ອເບິ່ງດ້ານອື່ນເຫດການເຫຼົ່ານີ້ແມ່ນເກີດມາຈາກໄພພິບັດທາງທຳມະຊາດທີ່ເກີດຂື້ນສະເພາະຈຸດ. 


ນັກວິເຄາະທ່ານໜຶ່ງ ກ່າວວ່າອາດມາຈາກສະໜາມແມ່ເຫຼັກຂອງໂລກໄດ້ປ່ຽນແປງຕະຫຼອດ. ເພາະມີເຫດການນັກບິນຄົນໜຶ່ງ ລາຍງານວ່າເຂັມທິດຂອງພວກເຂົາຊີ້ໄປທຸກທິດທາງຈົນບໍ່ຮູ້ທິດທາງທີ່ແທ້ຈິງ ແຕ່ຫຼັງຈາກນັ້ນຄວາມລັບຂອງສາມຫຼ່ຽມ Merbuda ໄດ້ກາຍເປັນທີ່ຊັດເຈນ ເມື່ອນັກວິທະຍາສາດ ຊື່ ໂຈເຊບ ໂມນາແກນ(Joseph Monaghan) ໄດ້ສຶກສາແລ້ວຮູ້ວ່າ ໃນຄວາມເປັນຈິງແລ້ວ, ໃນບໍລິເວນທີ່ເກີດການກໍ່ຕົວຂອງກ໊າດທຳມະຊາດມີເທນ(methane) ທີ່ບໍ່ມີສີຕິດໄຟໄດ້ງ່າຍ ໃນບໍລິເວນນັ້ນມີອາຍແກ໊ດມີເທນຈຳນວນຫຼາຍ. ເມື່ອແກ໊ດແຕກຟອງອອກບໍລິເວນນັ້ນ ຈະເຮັດໃຫ້ເຮືອທີ່ແລ່ນຜ່ານສູນເສຍການຄວບຄຸມໄດ້ທັນທີ. ແລ້ວຖ້າອາຍແກັສມີເທນ(methane) ລອຍຂຶ້ນສູ່ອາກາດມັນກໍ່ຈະເຮັດໃຫ້ຍົນບິນຢູ່ໃນລະດັບ ແລະຕົກລົງສູ່ພື້ນດິນໄດ້ເຊັ່ນກັນ ມັນກາຍເປັນວ່າອຸປະຕິເຫດທີ່ເກີດຂື້ນນັ້ນແມ່ນເກີດຈາກໄພທຳມະຊາດໂດຍກົງ.


ແລ້ວເລື່ອງນີ້ກໍ່ບໍ່ໄດ້ກ່ຽວກັບມະນຸດຕ່າງດ້າວ ຫລື ສະໜາມແມ່ເຫຼັກຂອງໂລກແຕ່ຢ່າງໃດ, ກ່ອນທີ່ຈະຮູ້ສິ່ງທີ່ເກີດຂື້ນໃນເຂດສາມຫຼ່ຽມ ເມີບິວດ້າ(Merbuda) ນັ້ນ ກໍ່ຕ້ອງສູນເສຍຄົນເປັນຈຳນວນຫຼວງຫຼາຍໃນດິນແດນອາຖັນແຫ່ງນີ້


loading...

0 Comments