"ໄມໂຄຣຊັອບ(Microsoft)" ເຈລະຈາຊື້ແອັບ TikTok ໃນອາເມຣິກາ ແລະອີກຫຼາຍປະເທດ


ໄມໂຄຣຊັອບ(Microsoft) ຢຶນຢັນການເຈລະຈາເຂົ້າຊື້ TikTok ຢູ່ສະຫະລັດ ແລະອີກຫຼາຍປະເທດ ຫຼັງຈາກມີການຫາລືກັນລະຫວ່າງ Satya Nadella ເຊິ່ງເປັນ CEO ຂອງ Microsoft ແລະ ປະທານາທິບໍດີ ໂດນັລ ທຣຳ

ການເຈລະຈາໃນຄັ້ງນີ້ໄດ້ດຳເນີນໄປແບບສາຍຟ້າແລັບ ພາຍໃນບໍ່ເທົ່າໃດອາທິດ ແລະ ຄາດວ່າຈະດຳເນີນໃຫ້ສຳເລັດພາຍໃນວັນທີ 15 ກັນຍານີ້



ຂໍ້ຕົກລົງດັ່ງກ່າວຈະເຮັດໃຫ້ Microsoft ກາຍເປັນເຈົ້າຂອງແອັບ TikTok ຢ່າງສົມບູນພາຍໃນອາເມຣິກາ, ການາດາ, ອົດສະຕາລີ ແລະນິວຊີແລນ. ໃນຂະນະທີ່ Microsoft ກ່າວວ່າ: ພວກເຂົາຈະເຊີນນັກລົງທຶນຊາວອາເມຣິກາໃຫ້ມາເປັນຜູ້ຖືຫຸ້ນລາຍຍ່ອຍຂອງແອັບດັ່ງກ່າວ ເຊິ່ງຢູ່ປະເທດອື່ນໆແມ່ນເປັນເຈົ້າຂອງໂດຍ ບໍລິສັດ ໄບທ໌ແດນຊ໌ ຈຳກັດ. ໜຶ່ງໃນບໍລິສັດທາງດ້ານເຕັກໂນໂລຊີລາຍໃຫຍ່ທີ່ສຸດຂອງຈີນ


ນອກນີ້ແລ້ວ Microsoft ຍັງສັນຍາວ່າ ຈະເພີ່ມຄວາມປອດໄພ ແລະຄວາມເປັນສ່ວນຕົວໃນການໃຊ້ງານ TikTok ແລະຈະເຮັດໃຫ້ຜູ້ໃຊ້ໝັ້ນໄຈວ່າຂໍ້ມູນສ່ວນຕົວຂອງຊາວອາເມຣິກາຈະຖືກໂອນກັບອາເມຣິກາ

ເຖິງຢ່າງໃດກໍ່ຕາມ ໄບທ໌ແດນຊ໌ຍັງບໍ່ໄດ້ອອກມາໂຕ້ຕອບໃດໆ ຕໍ່ຄວາມເຫັນ ແລະການຮ້ອງຂໍຂອງພວກເຂົາ. ຂະນະທີ່ມີຂ່າວລ້າສຸດອອກມາວ່າ: ພວກເຂົາອາດເຕັມໄຈຈະປົດ TikTok ອອກຈາກອາເມຣິກາຫຼາຍກວ່າການຂາຍກິດຈະການໃນຫຼາຍປະເທດໃຫ້ແກ່ Microsoft


ທ້າຍອາທິດຜ່ານມາ Michael Pompeo ລັດຖະມົນຕີກະຊວງຕ່າງປະເທດຂອງອາເມຣິກາ ກ່າວວ່າ: ຝ່າຍບໍລິຫານຂອງ ທຣຳ ຈະປະກາມາດຕະການຕໍ່ຕ້ານຢ່າງຮຸນແຮງ ຕໍ່ຊັອບແວຣ໌ຂອງຈີນທີ່ຮູ້ສຶກວ່າຈະກໍ່ໃຫ້ເກີດຄວາມສ່ຽງຕໍ່ຄວາມໝັ້ນຄົງແຫ່ງຊາດຂອງອາເມຣິກາ

TikTok ໄດ້ກາຍເປັນໜຶ່ງ ໃນແອັບທີ່ໄດ້ຮັບຄວາມນິຍົມສູງທີ່ສຸດໃນໂລກ ໂດຍມີຍອດການດາວໂຫລດຫຼາຍກວ່າ 1.000 ລ້ານຄັ້ງຈາກທົ່ວທຸກມຸມໂລກ ແລະຫຼາຍກວ່າ 165 ລ້ານຄັ້ງຢູ່ອາເມຣິກາ. ນອກນີ້ ພວກເຂົາຍັງມີການຈ້າງວຽກຄົນອາເມຣິກາເກືອບ 1.000 ຄົນພາຍໃນປີນີ້ ລວມທັງແຜນການທີ່ຈະຈ້າງພະນັກງານເງິນເດືອນສູງເພີ່ມອີກ 10.000 ຄົນ

loading...

0 Comments