R.I.P ແມ່ຍອດແກ້ວມະນີ ສຸພານຸວົງ ລູກສາວຂອງປະທານ ສຸພານຸວົງ ເພີ່ນໄດ້ເສຍຊີວິດລົງແລ້ວ!!



ເປັນຂ່າວເສົ້າທີ່ສ້າງຄວາມຕົກອົກຕົກໃຈ ໃຫ້ກັບປະຊາຊົນລາວໃນທົ່ວປະເທດບໍ່ໜ້ອຍ ເມື່ອທ່ຽງຄືນຂອງວັນທີ 29 ກໍລະກົດ 2020 ຜ່ານມານີ້ ທຸແມ່ຍອດແກ້ວມະນີ ສຸພານຸວົງ ລູກສາວຂອງ ປະທານສຸພານຸວົງ ໄດ້ເສຍຊີວິດລົງແລ້ວ


ໂດຍລູກສາວຂອງເພິ່ນເອງ ທ່ານ ປອ ຍອດຄໍາມະນີ ສຸພານຸວົງ ລູກສາວຂອງທຸແມ່ຍອດແກ້ວມະນີ ສຸພານຸວົງ ໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວ ໃຫ້ຮູ້ວ່າ: ລູກຂໍໃຫ້ດວງວິນຍານຂອງທຸແມ່ຍອດແກ້ວມະນີ ສຸພານຸວົງ ທີ່ແສນເຄົາລົບຮັກ, ແສນດີ, ແສນປະເສີດ, ຊຶ່ງເປັນການນຳທີ່ເສຍສະຫຼະທຸກສິ່ງທຸກຢ່າງເພື່ອຕະກູນສຸພານຸວົງ, ເພື່ອປະເທດຊາດ, ປະຊາຊົນລາວບັນດາເຜົ່າ ທີ່ແທ້ຈິງ ຈົ່ງໄປສູ່ສຸຂະຕິເທີ້ນ, ສາທຸໆໆ.


ລູກຂໍໃຫ້ເປັນແມ່ລູກກັນທຸກຊາດໄປ, ລູກຮັກທຸແມ່ທີ່ສຸດໃນຈັກກະວານເດີ້; ແລ້ວພົບກັນໃໝ່ເດີ້ທຸແມ່ ນອນຫຼັບຝັນດີເດີ້ທຸແມ່ຂອງລູກ.


ແນວໃດກໍ່ຕາມ ຍັງບໍ່ທັນມີຂໍ້ມູທາງການການເສຍຊີວິດຂອງເພິ່ນ ແຕ່ຫາກມີຂໍ້ມູນເພີ່ມເຕີມແນວໃດແອັດຈະມາລາຍງານເພີ່ມຕື່ມພາຍຫຼັງ.
ຂໍ້ມູນຈາກ: Lao Education and IT News
loading...

0 Comments