ເວັບໄຊທ໌ Sensortower ໄດ້ເປີດເຜີຍໂດຍລາຍງານລ້າສຸດໃນວັນທີ 29 ເມສາ 2020 ຜ່ານມາວ່າ: "TikTok" ແອັບພລິເຄຊັ່ນຍອດຮິດທາງສະມາດໂຟນ ແລະ ແທັບເລັດ ສັນຊາດຈີນ ທີ່ຜູ້ມີຜູ້ໃຊ້ງານສາມາດສ້າງສັນຜົນງານຂອງຕົນໃນຮູບແບບວິດີໂອສັ້ນ 60 ວິນາທີ ແລະ ເຜີຍແຜ່ລົງສື່ສັງຄົມອອນໄລນ໌ ໄດ້ທຳລາຍສະຖິຕິໃໝ່ ກາຍເປັນແອັບທີ່ຖືກດາວໂຫລດຫຼາຍທີ່ສຸດໃນໂລກປີ 2020 ເປັນປີທຳອິດອີກດ້ວຍ ຍອດລວມ 315 ລ້ານກວ່າຄັ້ງ

ປະຈຸບັນ "TikTok" ມີຍອດຂອງການດາວໂຫລດສະສົມໃນໄຕມາດທຳອິດຂອງປີທັງໝົດປະມານ 2 ຕື້ຄັ້ງ ໂດຍແຍກເປັນຍອດດາວໂຫລດຈາກ Play Store ຂອງແອນດຣອຍ ຈຳນວນ 1.5 ຕື້ຄັ້ງ ແລະ ຈາກ App Store ຂອງ iOS ຈຳນວນ 495.2 ລ້ານຄັ້ງ
loading...
ສຳລັບປະເທດທີ່ມີຍອດການດາວໂຫລດຫຼາຍທີ່ສຸດໃນໂລກແມ່ນ ອິນເດຍ ທີ່ມີຜູ້ດາວໂຫລດແລ້ວຈຳນວນ 611 ລ້ານຄັ້ງ, ຮອງລົງມາແມ່ນ ສປ ຈີນ ແລະ ສະຫະລັດອາເມຣິກາ ທີ່ມີຍອດດາວໂຫລດ ຈຳນວນ 196.6 ລ້ານຄັ້ງ ແລະ 165 ລ້ານຄັ້ງ ຕາມລຳດັບ ໂດຍສ່ວນໜຶ່ງທີ່ເຮັດໃຫ້ຍອດການດາວໂຫລດເພີ່ມຂື້ນ ແມ່ນໜຶ່ງຈາກການລະບາດຂອງໂຄວິດ-19 ທີ່ຫຼາຍຄົນມີການໃຊ້ງານອິນເຕີເນັດ ແລະ ສື່ສັງຄົມອອນໄລນ໌ຫຼາຍຂຶ້ນ
ຂໍ້ມູນຈາກ: https://www.sensortower.com/
loading...
0 Comments