ວັນທີ 3 ສິງຫານີ້ ສຳນັກຂ່າວຂອງຫວຽດນາມໃຫ້ຮູ້ວ່າ: ປະທານາທິບໍດີ ໂດນັລທຣຳ ກ່າວວ່າ ແອັບປຣິເຄຊັ່ນ TikTok ຂອງຈີນຢູ່ໃນສະຫະລັດຈະຖືກປິດກິດຈະການລົງ ຖ້າພວກເຂົາຫາກບໍ່ຂາຍກິດຈະການກ່ອນກຳນົດເວລາເສັ້ນຕາຍໃນວັນທີ 19 ກັນຍາ, ພ້ອມດຽວກັນນັ້ນ ກໍຕ້ອງເຫັນດີຂາຍ TikTok ອອກໄປ ຫລື ຂາຍຄືນໃຫ້ Microsoft ຖ້າບໍ່ດັ່ງນັ້ນກໍ່ຈະຖືກຫ້າມເຄື່ອນໄຫວຢູ່ໃນສະຫະລັດ

ສຳນັກຂ່າວ AFP ໄດ້ຕີລາຄາວ່າມີປະມານ 1 ຕື້ຄົນໃນໂລກທີ່ນຳໃຊ້ແອັບດັ່ງກ່າວ ເພື່ອສ້າງວິດີໂອເພງ 60 ວິນາທີໃນມືຖື. TikTok ໄດ້ກາຍເປັນສະໜາມຮົບໃໝ່ໃນການຕໍ່ສູ້ປະເຊີນໜ້າກັນທາງດ້ານການເມືອງ ແລະການຄ້າລະຫວ່າງສະຫະລັດ ແລະ ຈີນໃນຕອນນີ້
loading...
0 Comments