ສະຫະລັດສັ່ງຫ້າມໃຊ້ແອັບ Tiktok ຢ່າງເປັນທາງການ




ປະທານາທິບໍດີ ໂດນັລທຣຳ ຂອງສະຫະລັດອາເມຣິກາ ເຜີຍວ່າ: ຈະຫ້າມໃຊ້ Tiktok ແອັບພິເຄຊັນເຮັດຄລິບວິດີໂອສັ້ນຍອດນິຍົມຂອງຈີນໃນສະຫະລັດ ຕາມທີ່ທາງການກັງວົນວ່າແອັບນີ້ອາດຈະຕົກເປັນເຄື່ອງມືຂອງໜ່ວຍຂ່າວຂອງຈີນ.


ທຣຳເຜີຍກັບສື່ເທິງເຄື່ອງບິນປະຈຳຕຳແໜ່ງ ແອຟອສວັນ ເມື່ອວັນທີ 31 ກໍລະກົດຜ່ານມານີ້ວ່າ: ຕາມທີ່ມີຄວາມກັງວົນເລື່ອງ ຕິກຕັອກ ເຊິ່ງຈະຫ້າມໃຊ້ແອັບນີ້ໃນສະຫະລັດ ໂດຍຈະດຳເນີນການທັນທີໃນວັນທີ 1 ສິງຫາ ກໍ່ຄືມື້ນີ້ ດ້ວຍການໃຊ້ອຳນາດທາງເສດຖະກິດສຸກເສີນ ຫລື ຄຳສັ່ງບໍລິຫານ

ກ່ອນໜ້ານີ້ ໃນມື້ດຽວກັນມີຂ່າວວ່າ: ທຣຳ ຈະຂໍໃຫ້ບໍລິສັດໃນສະຫະລັດທີ່ໃຫ້ບໍລິການ ຕິກຕ໋ອກ ແຍກຕົວອອກຈາກໄບຣ໌ແດນຊ໌ ທີ່ເປັນບໍລິສັດແມ່ໃນຈີນ ທ່ານ ເຄວິນ ເອ ໄມເອີ ນັກທຸລະກິດຊາວອາເມຣິກາ ທີ່ເປັນປະທານເຈົ້າໜ້າທີ່ບໍລິຫານ (CEO) ຂອງ ຕິກຕ໋ອກ ແລະ ປະທານເຈົ້າໜ້າທີ່ປະຕິບັດການ (COO) ຂອງໄບແດນຊ໌ ເຜີຍແຜ່ເມື່ອບໍ່ດົນມານີ້ວ້່າ Tiktok ບໍ່ແມ່ນບໍລິສັດການເມືອງ ບໍ່ເຄີຍຮັບໂຄສະນາທາງການເມືອງ ແລະບໍ່ມີວາລະລີ້ລັບ, ວັດຖຸປະສົງດຽວຂອງບໍລິສັດຄືເປັນບ່ອນໃຫ້ທຸກຄົນໄດ້ມ່ວນຊື່ນ, ບໍລິສັດຕົກລົງເປັນເປົ້າໝາຍລ້າສຸດ ແຕ່ຢືນຢັນວ່າບໍ່ແມ່ນສັດຕູ


loading...

0 Comments