Zhang juncai ຊາຍໜຸ່ມທີ່ມີຄວາມສູງທີ່ສຸດຂອງອາຊີ!!


Zhang juncai ມີຖິ່ນຖານຢູ່ທີ່ແຂວງ ເຊີນໄຕ ຂອງຈີນ ມີຊື່ສຽງໂດ່ງດັງວ່າເປັນຄົນສູງຜິດປົກກະຕິ, ເຂົາເກີດເມື່ອປີ 1966, ມີຄວາມສູງ 2.42 ແມັດ ແລະ ຖືກຈັດເຂົ້າໃນບັນຊີຄົນທີ່ສູງທີ່ສຸດໃນໂລກ
loading...
ເມື່ອຕອນຮຽນຢູ່ຊັ້ນມັດທະຍົມ Zhang juncai ແມ່ນລາວມີຄວາມສູງລື່ນໝູ່ເພື່ອນໃນໂຮງຮຽນ ແລະພໍອາຍຸໄດ້ 22 ປີ ເຂົາກໍ່ມີຄວາມສູງ 2.12 ແມັດ


Zhang juncai ໄດ້ເລົ່າວ່າ: ຍ້ອນສູງເກີນໄປ ໄດ້ເຮັດໃຫ້ການເຄື່ອນໄຫວດຳລົງຊີວິດພົບຄວາມຫຍຸ້ງຍາກ, ແມ່ນແຕ່ເຄື່ອງນຸ່ງກໍ່ໄດ້ປ່ຽນຢູ່ຕະຫຼອດ


ປີ 1999 Zhang juncai ໄດ້ເຂົ້າຮ່ວມໂຄງການຊອກຫາຄູ່ຮັກ ໃນທີ່ສຸດເຂົາກໍ່ພົບຮັກ ແລະໄດ້ແຕ່ງງານ, ເຊິ່ງເມຍຂອງເຂົາຄົນປະຈຸບັນຊື່ວ່າ He xinjing


ເບື້ອງຕົ້ນເພື່ອນມິດສະຫາຍ ແລະຍາດພີ່ນ້ອງຫ້າມປາມບໍ່ໃຫ້ He ຮັກກັບຄົນທີ່ສູງເກີນ 2 ແມັດ ແຕ່ແນວໃດເຂົາກໍ່ຍັງຕັດສິນໃຈວ່າຈະເອົາ Zhang juncai ມາເປັນຜົວ


ຫຼັງຈາກນັ້ນ, ບໍ່ດົນທັງສອງກໍ່ໄດ້ເຂົ້າຮ່ວມຫໍນຳກັນ ແຕ່ກໍມີຫຼາຍເທື່ອທີ່ມີສາຍຕາຂອງຄົນອ້ອມຂ້າງມີຄົນດູຖູກ, ອິດສາ. ແຕ່ເຖິງຢ່າງໃດກໍ່ດີເຂົາຍັງມີຄວາມສຸກຮ່ວມກັນ. ເຖິງແມ່ນວ່າແຕ່ງງານກັນໄດ້ 21 ປີແລ້ວ ແຕ່ບໍ່ທັນໄດ້ພະຍານຮັກນຳກັນແມ່ນແຕ່ຄົນດຽວ


ຂໍ້ມູນຈາກ: ລູກເມືອງພວນ

loading...

0 Comments