ຊອມບີ້(Zombie) ມະນຸດຟື້ນຄືນຊີບ


"ຊອມບີ້" Zombie

ຊອມບີ້ ເປັນຄຳສັບສຳລັບເອີ້ນຜູ້ທີ່ເສຍຊີວິດໄປແລ້ວ ແຕ່ສາມາດກັບມາຍ່າງຄືກັບການມີຊີວິດອີກຄັ້ງ. ຄວາມເຊື່ອຖືຂອງລັດທິ ວູດູ. ເລື່ອງໃນລັດທິ ວູດູ ນັ້ນຫມາຍເຖິງ zombies ທີ່ຖືກຄວບຄຸມໂດຍເວດມົນໃຫ້ເຮັດວຽກໃຫ້ພໍ່ມົດ ແຕ່ພາບລັກຂອງ zombies ໃນແງ່ວັດທະນະທຳສະໄໝໃໝ່, ເຊິ່ງປະກົດອອກຜ່ານສື່ຕ່າງໆ ແມ່ນແຕກຕ່າງຈາກໃນລັດທິວູດູຫຼາຍ ສາເຫດຕົ້ນຕໍແມ່ນມາຈາກຜົນສຳເລັດຂອງຮູບເງົາເລື່ອງ Night of the Living Dead.

Zombie Apocalypse Now: 'Night of the Living Dead' at 50 - Rolling Stone

ການທົດລອງທີ່ສາມາດຟື້ນຄືນຊີບໄດ້ນັ້ນ ໃນປະຈຸບັນແມ່ນສາມາດເຮັດໄດ້ສຳເລັດແລ້ວ. ໜຶ່ງໃນນັ້ນແມ່ນການທົດລອງຂອງນັກວິທະຍາສາດຈາກສູນຄົ້ນຄວ້າກູ້ຊີບຊາຟາຣ໌ ຂອງມະຫາວິທະຍາໄລ ພິທ໌ສະເບີກ (Pittsburgh's Safar Centre for Resuscitation Research) ສະຫະລັດອາເມລິກາໄດ້ພັດທະນາເຕັກນິກ ສຳລັບການສົ່ງເລືອດ ແລະ ເພີ່ມສານລະລາຍນ້ຳເກືອທີ່ເປັນນໍ້າແຂງ ແລະເຢັນເຂົ້າໄປໃນເສັ້ນເລືອດດຳ ເພື່ອຮັກສາສະພາບ ແລະຟື້ນຄືນຊີວິດຄົນທີ່ຕາຍແລ້ວໃຫ້ໄດ້ຮັບການຟື້ນຄືນມາໃໝ່ໄດ້ປະສົບຜົນສຳເລັດ.



ໂດຍການຟື້ນຄືນຊີວິດເປັນຄັ້ງທຳອິດ, ໄດ້ທົດສອບກັບຫມາຈໍານວນໜຶ່ງຊຶ່ງຕາຍແລ້ວ ຕາມນິຍາມທາງການແພດຄືຢຸດຫາຍໄຈ ແລະຫົວໄຈຢຸດເຕັ້ນ ຫລືບໍ່ມີກິດຈະກຳໃດໆ ເກີດຂຶ້ນໃນສະໝອງ ແລະສະພາບຂອງສົບຢູ່ໃນອຸນຫະພູມຕໍ່າກວ່າສູນອົງສາ ອຸນຫະພູມຮ່າງກາຍພຽງແຕ່ 7 ອົງສາເຊ? ເຖິງແມ່ນວ່າ ໝາ ເຫລົ່ານີ້ຕາຍແລ້ວທາງການແພດ, ແພຈຸລັງ ແລະ ອະໄວຍະວະຕ່າງໆຍັງຢູ່ໃນສະພາບດີ ເສັ້ນເລືອດຕ່າງໆ ແລະ ເນື້ອເຍື່ອທີ່ເສຍຫາຍສາມາດສ້ອມແຊມໄດ້ໂດຍການຜ່າຕັດ. ຂະບວນການຟື້ນຄືນຊີວິດທາງວິທະຍາສາດນີ້ສາມາດເຮັດໄດ້ໂດຍໄຟຟ້າໃນລະຫວ່າງ ຂັ້ນຕອນການທົດແທນເລືອດດ້ວຍນ້ຳເກືອ



ແຕ່ວ່າ 3 ຊົ່ວໂມງຕໍ່ມາ, ເລືອດຂອງໝາທີ່ສິ້ນໄຈກໍ່ຖືກທົດແທນດ້ວຍນໍ້າເກືອ ແລະ ອົກຊີ 100% ບັນດາໝາເຫຼົ່ານັ້ນກໍ່ໄດ້ຖືກປຸກໃຫ້ຟື້ນຄືນມາ ເປັນໝາ Zombie?? ການທົດລອງນີ້ຖືວ່າເປັນຄວາມກ້າວໜ້າທາງການແພດ ທີ່ມີປະໂຫຍດຫລາຍກັບນັກວິທະຍາສາດ ພະຍາຍາມທີ່ຈະນຳຄົນເຈັບໃຫ້ກັບຄືນມາມີຊີວິດອີກຢ່າງຫນ້ອຍພຽງແຕ່ສອງສາມຊົ່ວໂມງ. ແຕ່ກໍ່ພຽງພໍທີ່ຈະຊ່ວຍຊີວິດຜູ້ທີ່ໄດ້ຮັບບາດເຈັບຈາກສົງຄາມ ຫລືຜູ້ຖືກເຄາະຮ້າຍທີ່ຖືກແທງ ແລະຖືກຍິງ ເພາະພວກເຂົາຈະເຈັບປວດ ແລະເສຍຊີວິດຈາກການສູນເສຍເລືອດ, ຜົນໄດ້ຮັບກໍ່ຄືວ່າສູນດັ່ງກ່າວມີແຜນການຈະນຳເຕັກນິກນີ້ໄປທົດສອບໃຊ້ກັບມະນຸດພາຍໃນປີ ໜ້າ. ແລະຍັງເຊື່ອວ່າພາຍໃນ 10 ປີຈະສາມາດນຳໃຊ້ເທັກໂນໂລຢີນີ້ເພື່ອປ້ອງກັນການຕາຍຂອງມະນຸດໃນບາງກໍລະນີ ໂດຍສະເພາະຢູ່ສະໜາມຮົບ

loading...

0 Comments